ເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່

ເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່ - ảnh 1
ເລຂາທິການໃຫຍ່ Nguyen Phu Trong ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໄຕໂຮ່
(ພາບ: Doan Tuan)

(vovworld) - ພາຍຫຼັງ​ການ​ພົບ​ປະ 2 ຄັ້ງ ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ​ເມືອງ ບາ​ດິ່ງ ​ແລະ ​ເມືອງ ຮ່ວານ​ກ໋ຽມ, ຮ່າ​ໂນ້ຍ, ຕອນ​ເຊົ້າ​ວັນທີ 30/6, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ​ເຂດ​ເລືອກ​ຕັ້ງ​ເລກ 1 ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​ໄຕ​ໂຮ່, ​ເພື່ອລາຍ​ງານ​ໝາກຜົນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​​ເລຂາທິການ​ໃຫຍ່​ຖື​ວ່າ: ບັນດາ​ຄວາມ​ເຫັນ, ຂໍ້​ສະ​ເໜີ​​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ບັນດາ​ສະມາຊິກ​ສາ​ພາ​ແຫ່ງ​ຊາດຈົດ​ຈຳ ​ແລະ ສ່ອງ​ແສງ​ເຖິງ​ບັນຫາ​ເຊິ່ງຜູ້​ມີສິດ​ເລືອກ​ຕັ້ງ​​ໄດ້​ຝາກ​ນຳ, ປະກອບສ່ວນ​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ທີ່​ພວມ​​ເກີດ​ຂຶ້ນ​ໃນ​ສັງຄົມ. ທ່ານ​ເລຂາທິການ​ໃຫຍ່ ​ເນັ້ນ​ໜັກ​ວ່າ: ປະ​ເທດ​ຊາດ​ພວມ​ຢືນຢູ່​ຕໍ່ໜ້າກາລະ​ໂອກາດ​ທີ່​ສະດວກ​ແຕ່​ວ່າການ​ທ້າ​ທາຍ​ກໍບໍ່​ແມ່ນ​ໜ້ອຍ ​ແລະ ຮຽກຮ້ອງ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຈົ່ງຮ່ວມ​ແຮງ​ຮ່ວມ​ໃຈ​ຜ່ານ​ຜ່າ, ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ ​ຄັ້ງ​ທີ 11 ຂອງພັກ​ກອມ​ມູນິດ​ຫວຽດນາມ ຢ່າງ​ມີ​ໄຊ. ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ ຮ່າ​ໂນ້ຍ ຈະ​ສະຫຼຸ​ບບັນດາ​ຂໍ້​ສະ​ເໜີ​ແນະ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​ໄຕ​ໂຮ່, ສົ່ງ​ເຖິງ​ສະພາ​ແຫ່ງ​ຊາດ​ໃນ​ໄວໆ​ນີ້.

ຂ່າວ/ບົດ​ອື່ນ