ເລີ່ມຈັດຕັ້ງລາຍການ “ຕະຫຼາດແຫ່ງມະນຸດສະທຳ”

(VOVWORLD) -ວັນທີ 28 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມ ດຳເນີນລາຍການ “ຕະຫຼາດແຫ່ງມະນຸດສະທຳ” ໂດຍສະພາກາແດງຫວຽດນາມ ຈັດຕັ້ງຂຶ້ນ. 

ເລີ່ມຈັດຕັ້ງລາຍການ “ຕະຫຼາດແຫ່ງມະນຸດສະທຳ” - ảnh 1 ຕະຫຼາດແຫ່ງມະນຸດສະທຳ

(ພາບ: baonhandao.vn)

ລາຍການດັ່ງກ່າວ ໄດ້ ຜັນຂະຫຍາຍເນື່ອງໃນໂອກາດເດືອນມະນຸດສະທຳ 2020 ຢູ່ 63 ແຂວງ, ນະຄອນໃນທົ່ວປະເທດ. ຄາດວ່າ ທັງລະບົບສະພາກາແດງຫວຽດນາມ ຈະໜູນຊ່ວຍບັດແລກເຄື່ອງບໍລິໂພກອຸປະໂພກທີ່ຈຳເປັນໃນການດຳລົງຊີວິດ, ດ້ວຍມູນຄ່າປະມານ 10 ຕື້ດົ່ງ (ເທົ່າກັບ 430.000 USD). ບັນດາເປົ້າໝາຍໄດ້ຮັບການໜູນຊ່ວຍແມ່ນຜູ້ຂາດລາຍຮັບຍ້ອນໂລກລະບາດໂຄວິດ- 19. ໃນນັ້ນສຸມໃສ່ການໜູນຊ່ວຍກຸ່ມຜູ້ອອກແຮງງານເສລີທີ່ມີຄວາມຫຍຸ້ງຍາກ, ຜູ້ໃກ້ຈະທຸກຍາກ, ຜູ້ທຸກຍາກ, ຄອບຄົວມີຄົນພິການ… ທ່ານນາງ ຫງວຽນທິຊວັນທູ, ປະທານສະພາກາແດງຫວຽດນາມ, ໃຫ້ຮູ້ວ່າ.

“ພວກຂ້າພະເຈົ້າຈະເຮັດຢູ່ຫຼາຍແຫ່ງ. ສະພາກາແດງຈະຜັນຂະຫຍາຍພ້ອມກັນຢູ່ຫຼາຍແຫ່ງ, ໃນນັ້ນໄດ້ສຸມໃສ່ຮູບແບບຕະຫຼາດມະນຸດສະທຳຄື ຮູບແບບການເຊື່ອມຕໍ່ລະຫວ່າງການສະໜອງອາຫານ, ທັນຍາຫານ, ຮ້ານອາຫານຊົ່ວຄາວ ແລະ ມີການສົມທົບກັບວິສາຫະກິດ”.

ຕອບກັບ

ຂ່າວ/ບົດ​ອື່ນ