(ພາບປະກອບຈາກ Trần Thị Thanh Hiền/TTXVN)
|
(vovworld) - ສະມາຊິກຊາວໜຸ່ມກ່ວາ 5.000 ຄົນຂອງແຂວງ ທ໋າຍງວຽນ ເຂົ້າຮ່ວມພິທີເຄື່ອນພົນເລີ່ມດຳເນີນບັ້ນເຄື່ອນໄຫວຊາວໜຸ່ມ ອາສາສະໝັກລະດູຮ້ອນປີ 2015 ດ້ວຍຫົວຂໍ້ວ່າ “ກ້າວເດີນພາຍໃຕ້ຄັນທຸງຂອງພັກ”, ດຳເນີນໄປໃນວັນທີ 28/5, ຢູ່ສະໜາມຫຼວງ ຫວໍງວຽນຢາບ. ນີ້ແມ່ນຄັ້ງທີ 15 ການເຄື່ອນໄຫວຊາວໜຸ່ມ ອາສາສະໝັກລະດູຮ້ອນໄດ້ຮັບການຈັດຕັ້ງ ແລະ ດຶງດູດຊາວໜຸ່ມເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ໃນນັ້ນເອົາໃຈໃສ່ເຖິງການແຕ່ງຕັ້ງບັນດາຖັນແຖວຊາວໜຸ່ມເຂົ້າຮ່ວມການໜູນຊ່ວຍຢູ່ເຂດຫ່າງໄກຊອກຫຼີກ, ທະເລ, ໝູ່ເກາະ. ກ່າວຄຳເຫັນທີ່ພິທີ, ທ່ານເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນຟີລອງ, ໃຫ້ຮູ້ວ່າ:
“ປີນີ້, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ສືບຕໍ່ຍູ້ແຮງ ແລະ ຜັນຂະຫຍາຍຂະບວນການຊາວໜຸ່ມຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່, ເຮັດແນວໃດສົບທົບກັບຄະນະພັກທຸກຂັ້ນ, ອຳນາດການປົກຄອງຜັນຂະຫຍາຍບົດບາດຂອງຄະນະຊາວໜຸ່ມຢູ່ບັນດາທ້ອງຖິ່ນ. ສູນກາງຊາວໜຸ່ມກໍ່ຈັດຕັ້ງບັນດາຖັນແຖວນັກປັນຍາຊົນໜຸ່ມລົງສູ່ບັນດາຕາແສງໜູນຊ່ວຍຊາວໜຸ່ມຢູ່ທ້ອງຖິ່ນພັດທະນາເສດຖະກິດ. ພ້ອມກັນນັ້ນ, ໜູນຊ່ວຍຊາວໜຸ່ມຢູ່ເຂດໝູ່ເກາະ, ເຂົ້າຮ່ວມການກວດ, ປິ່ນປົວພະຍາດ, ສະໜອງຢຸກຢາ, ໜູນຊ່ວຍການກໍ່ສ້າງບັນດາກິດຈະກຳ, ບັນດາວຽກງານຂອງຊາວໜຸ່ມໃນເກາະ.”