ເລີ່ມປະຕິບັດໂຄງການເພີ່ມທະວີຄວາມສາມາດຮັບປະກັນຄວາມໝັ້ນຄົງທາງການແພດຢູ່ຫວຽດນາມ
ລັດຖະມົນຕີວ່າການກະຊວງສາທາລະນະສຸກ ຫວຽດນາມ
ແລະ ອາເມລິກາ
(ພາບ:vovgiaothong.vn)
|
(vovworld) – ກະຊວງສາທາລະນະສຸກ ຫວຽດນາມ ແລະ ສູນການແພດປ້ອງກັນ ແລະ ຄວບຄຸມໂລກລະບາດ ອາເມລິກາ ຫາກໍ່ເລີ່ມປະຕິບັດໂຄງການ “ເພີ່ມທະວີຄວາມສາມາດໃນການຮັບປະກັນຄວາມໝັ້ນຄົງທາງການແພດທົ່ວໂລກຢູ່ ຫວຽດນາມ”. ໂຄງການໄດ້ຮັບການຜັນຂະຫຍາຍໃນໄລຍະ 5 ປີ (ແຕ່ວັນທີ 30/9/2015 ຮອດເດືອນ 9/2019) ໂດຍ ສູນການແພດປ້ອງກັນ ແລະ ຄວບຄຸມໂລກລະບາດ ອາເມລິກາໜູນຊ່ວຍທາງດ້ານເຕັກນິກ ແລະ ການເງິນ, ດ້ວຍແຫຼ່ງທຶນຊ່ວຍເຫຼືອລ້າ. ບັນດາຄູ່ຮ່ວມມືຕົ້ນຕໍເຂົ້າຮ່ວມການຜັນຂະຫຍາຍແຜນຮ່າງລວມມີ: ກົມການແພດປ້ອງກັນ, ກົມຄຸ້ມຄອງການກວດ, ປິນປົວພະຍາດ….
ແຜນຮ່າງສຸມໃສ່ເພີ່ມທະວີ ແລະ ສ້າງຕັ້ງບັນດາລະບົບຕິດຕາມກວດກາໂລກລະບາດເພື່ອແນໃສ່ກວດພົບໄວບັນດາພະຍາດ ເພື່ອມີມາດຕະການຮັບມືຢ່າງທັນການ, ຍົກສູງຄວາມສາມາດຕອບສະໜອງໄວ ແລະ ແກ້ໄຂບັນດາພະຍາດ, ບໍ່ປະໃຫ້ມັນແຜ່ລາມອອກສູ່ວົງກ້ວາງ, ເປັນເຈົ້າການປ້ອງກັນ, ສະກັດກັ້ນ ແລະ ເຮັດໃຫ້ການແຜ່ລະບາດຂອງພະຍາດຫລຸດລົງ.