ເລີ່ມລົງມືກໍ່ສ້າງທ່າກຳປັ່ນສັງລວມສາກົນເຫລັກກ້າງິເຊີນ
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ
ພິທີເລີ່ມລົງມືກໍ່ສ້າງທ່າກຳປັ່ນ
ພາບ:chinhphu.vn
|
(vovworld)- ກ່າວຄຳເຫັນທີ່ພິທີເລີ່ມລົງມືກໍ່ສ້າງທ່າກຳປັ່ນສັງລວມສາກົນເຫລັກກ້າ ງີເຊີນໃນຕອນເຊົ້າວັນທີ 9/9, ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕີລາຄາສູງການຜັນຂະຫຍາຍໂຄງການດັ່ງກ່າວ ຮັບປະກັນການເຊື່ອມຕໍ່ລະຫວ່າງທ່າກຳປັ່ນກັບຕາຫນ່າງຄົມມະນາຄົມ, ຮັບໃຊ້ບັນດາກິດຈະການອຸດສາຫະກຳ, ພື້ນຖານໂຄງລ່າງ, ການຂົນສົ່ງສິນຄ້າຂອງເຂດເສດຖະກິດ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີ: ເຈົ້າຂອງການລົງທຶນ, ບັນດາຫົວຫນ່ວຍປະຕິບັດການກໍ່ສ້າງ ຕ້ອງປະຕິບັດຕາມການກຳນົດ, ຕາມບັນດາຄຳໝັ້ນສັນຍາໃນວິວັດການຜັນຂະຫຍາຍໂຄງການ. ໂຄງການດັ່ງກ່າວໄດ້ຮັບການກໍ່ສ້າງໃນເນື້ອທີ່ກວ່າ 70 ເຮັກຕາ.