ເລີ່ມເຄື່ອນໄຫວລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ປີ 2019

(VOVWORLD) - ຕອນເຊົ້າວັນທີ 06 ຕຸລາ, ທີ່ເດີນທຳພິທີຂອງເຂດປູສະນີຍະຖານປະຫວັດສາດແຫ່ງຊາດພິເສດວິຫານຮຸ່ງ (ແຂວງ ຝູເທາະ) ໄດ້ດຳເນີນພິທີເລີ່ມເຄື່ອນໄຫວລາຍການ “ຂ້ອນຮັກປະເທດຂອງຂ້ອຍ” ປີ 2019 ໂດຍສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ຈັດຕັ້ງ, ດຶງດູດການເຂົ້າຮ່ວມຂອງສະມາຊິກຄະນະຊາວໜຸ່ມ, ຊາວໜຸ່ມເປັນຈຳນວນຫລວງຫລາຍ.
ເລີ່ມເຄື່ອນໄຫວລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ປີ 2019 - ảnh 1 ທ່ານເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ເລກວກຟອງ (ພາບ: TTXVN)

ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແທດຈິງ ເພື່ອຂ່ຳນັບຮັບຕ້ອນວັນມູນເຊື້ອສະຫະພັນຊາວໜຸ່ມ ຫວຽດນາມ ຄົບຮອບ 63 ປີ (15/10/1956 – 15/10/2019), ຂ່ຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະຫະພັນຊາວໜຸ່ມ ຫວຽດນາມ ຄັ້ງທີ 8, ອາຍຸການ 2019 – 2024. ທີ່ພິທີເລີ່ມເຄື່ອນໄຫວ. ທ່ານເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສູນກາງສະຫະພັນຊາວໜຸ່ມ ຫວຽດນາມ ເລກວກຟອງ ໃຫ້ຮູ້ວ່າ: ລາຍການ “ຂ້ອຍຮັກປະເທດຂອງຂ້ອຍ” ປີນີ້ ຈະດຳເນີນຢູ່ບັນດາແຂວງ, ນະຄອນທັງໝົດໃນທົ່ວປະເທດ ດ້ວຍບັນດາການເຄື່ອນໄຫວຄື: ຢ້ຽມຢາມ, ຊອກຮູ້ບັນດາເຂດປູສະນີຍະຖານປະຫວັດສາດ, ວັດທະນະທຳ; ຈັດຕັ້ງເວທີປາໄສຊາວໜຸ່ມ, ພົບປະແລກປ່ຽນສິລະປະ…ພິທີສະຫລຸບລາຍການ ຈະດຳເນີນຢູ່ນະຄອນຫລວງ ຮ່າໂນ້ຍ ໃນວັນທີ 10 ທັນວາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ