ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2022 ດ້ວຍຫົວຂໍ້ “ໄວໜຸ່ມປະດິດຄິດສ້າງ”

(VOVWORLD) -ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2022 ດ້ວຍຫົວຂໍ້ “ໄວໜຸ່ມປະດິດຄິດສ້າງ”.
ເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2022 ດ້ວຍຫົວຂໍ້ “ໄວໜຸ່ມປະດິດຄິດສ້າງ” - ảnh 1(ພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2022)

ຕອນເຊົ້າວັນທີ 01 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມ 2022 ດ້ວຍຫົວຂໍ້ “ໄວໜຸ່ມປະດິດຄິດສ້າງ”.

ບາງການເຄື່ອນໄຫວຈຸດສຸມທີ່ໄດ້ກຳນົດໃນເດືອນຊາວໜຸ່ມ 2022 ລວມມີ: ໂຄສະນາ, ສຶກສາກ່ຽວກັບມູນເຊື້ອອັນສະຫງ່າລາສີຂອງໄວໜຸ່ມ ຫວຽດນາມ ແລະ ຄະນະຊາວໜຸ່ມກອມມຸມິດ ໂຮ່ຈີມິນ; ຈັດຕັ້ງການເຄື່ອນໄຫວເສີມຂະຫຍາຍຈິດໃຈປະດິດຄິດສ້າງ, ອາສາສະໝັກເພື່ອປະຊາຄົມຂອງຊາວໜຸ່ມ; ຈັດຕັ້ງການເຄື່ອນໄຫວຮ່ວມເດີນທາງພ້ອມກັບຊາວໜຸ່ມເລີ່ມທຸລະກິດ, ກໍ່ຮ່າງສ້າງຕົວ, ເຊື່ອມໂຍງເຂົ້າກັບສາກົນ… ທີ່ພິທີ, ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸຍທິມິນຮ່ວາຍ, ເນັ້ນໜັກວ່າ:

“ຜ່ານເວລາເກືອບ 20 ປີຜ່ານມາ, ເດືອນຊາວໜຸ່ມ ໄດ້ກາຍເປັນໂຮງຮຽນພຶດຕິກຳຕົວຈິງຢ່າງແທດຈິງ ເພື່ອໃຫ້ພວກເພື່ອນໜຸ່ມສ້າງຈິດໃຈອາສາສະໝັກ, ອຸທິດສ່ວນ. ເພື່ອຈັດຕັ້ງຄະນະທຸກຂັ້ນຜັນຂະຫຍາຍການປະຕິບັດບັນດາການເຄື່ອນໄຫວຂອງເດືອນຊາວໜຸ່ມ 2022 ໃຫ້ເປັນຢ່າງດີກວ່າ, ຕ້ອງເສີມຂະຫຍາຍຈິດໃຈ, ຄວາມສາມາດປະດິດຄິດສ້າງຂອງໄວໜຸ່ມເປັນຢ່າງສູງ, ນຳໜ້າໃນການຄົ້ນຄວ້າ, ນຳໃຊ້ຜົນງານ; ຕັ້ງໜ້າເຂົ້າຮ່ວມເຂົ້າໃນວິວັດການຫັນເປັນດີຈີຕອນແຫ່ງຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ