ເວທີປາໄສການພົວພັນ ຄູ່ຮ່ວມມືຍຸດທະສາດ ສ.ເກົາຫຼີ - ຫວຽດນາມໃນ 20 ປີຕໍ່ໜ້າ

ເວທີປາໄສການພົວພັນ ຄູ່ຮ່ວມມືຍຸດທະສາດ ສ.ເກົາຫຼີ - ຫວຽດນາມໃນ 20 ປີຕໍ່ໜ້າ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 28/8, ຢູ່​ຮ່າ​ໂນ້ຍ, ສະ​ຖາ​ບັນ​ວິທະຍາສາດສັງຄົມ​ຫວຽດນາມ ​ໄດ້​ສົມ​ທົບ​ກັບ​ກອງ​ທຶນ​ສ.​ເກົາຫຼີ (Korea Foundation) ຈັດ​ຕັ້ງເວທີ​ປາ​ໄສ ສ.​ເກົາຫຼີ - ຫວຽດນາມ ດ້ວຍ​ຫົວ​ຂໍ້​ວ່າ “ການ​ພົວພັນຄູ່​ຮ່ວມມືຍຸດ​ທະ​ສາດສ.​ເກົາຫຼີ - ຫວຽດນາມ ​ໃນ​ 20 ປີ​ຈະ​ມາ​ເຖິງ: ​ແບ່ງປັນ​ທັດສະນະ ​ແລະ ພູມ​ປັນຍາ”. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ສ.​ເກົາຫຼີ ຢ່າງ​ເປັນ​ທາງ​ການ (22/12/1992 – 22/12/2012) ​ແລະ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ໃນ​ການ​ຄົ້ນຄວ້າ​ວິທະຍາສາດ, ການ​ບຳລຸງ​ສ້າງ ​ແລະ ​ເປັນ​ທີ່​ປຶກສາ​ດ້ານ​ນະ​ໂຍບາຍ​ລະຫວ່າງ​ບັນດາ​ສະ​ຖາ​ບັນ​ຄົ້ນຄວ້າ​ຂອງ​ຫວຽ​ດນາມ - ສ.​ເກົາຫຼີ. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ສາດສະດາຈານ​, ປະລິຍາ​ເອກ Nguyen Xuan Thang, ປະທານສະ​ຖາ​ບັນ​ວິທະຍາສາດສັງຄົມ​ຫວຽດນາມ  ​ໃຫ້​ຮູ້​ວ່າ.

“​ໃນ​ສະພາບ​ການ​ໂລກາ​ພິວັດ ​ແລະ ​ເຊື່ອມ​ໂຍ​ງ​ເສດຖະກິດ​​ເຂົ້າ​ກັບສາກົນ, ສ.​ເກົາຫຼີ ​ແລະ ຫວຽດນາມ ​ໄດ້​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫຼ​ວງ ​ແລະ ອາດ​ສາມາດ​ເພີ່ມ​ເຕີ່​ມ​ໃຫ​້ກັນ​ໄດ້ ​ໃນ​ວິວັດ​ການ​ຮ່ວມ​ມື ​ແລະ ພັດທະນາ. ຍິ່ງ​ກວ່າ​ນັ້ນ​, ການ​ພົວພັນ​ຮ່ວມ​ມື​ ສ.​ເກົາຫຼີ - ຫວຽດນາມ ຍັງ​ໄດ້​ຮັບ​ການ​ຊຸກຍູ້​​ຢ່າງ​ແຮງ ຍ້ອນຄວາ​ມສັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ​ເພາະສະ​ນັ້ນ, ພາຍຫຼັງ​ພຽງ 20 ປີ​, ແຕ່ ກາ​ນ​ພົວພັນລະຫວ່າງຫວຽດນາມ - ສ.​ເກົາຫຼີ ​ໄດ້​ຮັບ​ການ​ພັດທະນາ​​ໃນ​ທຸກ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ, ວັດທະນະທຳ, ສັງຄົມຢ່າງ​ວ່ອງ​ໄວ ​ອັນ​ໄດ້ກ່າຍ​ເປັນ​ແບບຢ່າງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ພົວພັນ​ຮ່ວມ​ມືສອງ​ຝ່າຍ​ໃນ​ພາກ​ພື້ນ”.

ຂ່າວ/ບົດ​ອື່ນ