ເວທີປາໄສພະລັງງານຫວຽດນາມ-ໄທຄັ້ງທີ1

ເວທີປາໄສພະລັງງານຫວຽດນາມ-ໄທຄັ້ງທີ1 - ảnh 1
(ພາບປະກອບ)

(vovworld) –  ວັນ​ທີ 23/11, ຢູ່​ນະຄອນ ກູ​ຍ​ເຍີນ, ​ແຂວງ ບິ່ງ​ດິ້ງ, ກະຊວງ​ອຸດສາຫະກຳ - ການ​ຄ້າ ຫວຽດນາມ ສົມທົບ​ກັບ​ກະຊວງ​ພະລັງງານ ​ໄທ ຈັດ​ຕັ້ງ​ເວທີ​ປາ​ໄສ ຫວຽດນາມ - ​ໄທ ຄັ້ງ​ທີ​ 1. ​ເວທີ​ປາ​ໄສພະລັງງານ ຫວຽດນາມ - ​ໄທ ປຶກສາ​ຫາລື​ກ່ຽວ​ກັບ: ການ​ສັງ​ລວມສະພາບ​ການ​ພະລັງງານ ຫວຽດນາມ ​ແລະ ​ໄທ, ບັນດາ​ຂົງ​ເຂດ​ຮ່ວມ​ມື​ ນ້ຳມັນ​ອາຍ​ແກັ​ສ, ​ໄຟຟ້າ, ພະລັງງານ​ຜະລິດ​ຄືນ​ໃໝ່, ປະສິດທິ​ຜົນ​ພະລັງງານ ​ແລະ ກຳນົດ​ທິດ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ໄດ້​ແລກປ່ຽນ​ບາງ​ບັນຫາ​ກ່ຽວ​ກັບ​ນະ​ໂຍບາຍ, ຂໍ້​ກຳນົດ​ພັດທະນາ​ການ​ຂຸດ​ຄົ້ນ​ບໍ່ນ້ຳມັນ​ອາຍ​ແກັດຂອງ 2 ປະ​ເທດ, ຮ່ວມ​ມືການ​ຂຸດ​ຄົ້ນ​ບໍ່ນ້ຳມັນ​ອາຍ​ແກັດຂອງ​ບໍລິສັດ​ຂຸດ​ຄົ້ນ ​ແລະ ຜະລິດ​ນ້ຳມັນ​ອາຍ​ແກັສ ​ໄທ ກັບ​ ຫວຽດນາມ. ສະ​ເໜີ​ການ​ຮ່ວມ​ມື​ພັດທະນາ​ບັນດາ​ໂຮງງານ​​ໄຟຟ້າ​ພະລັງ​ຄວາມ​ຮ້ອນ ຫວຽດນາມ - ​ໄທ. ​ເວທີ​ປາ​ໄສ​ເປີດ​ກາລະ​ໂອກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ພັດທະນາ​ພະລັງງານ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ​ໄທ.

 

ຂ່າວ/ບົດ​ອື່ນ