ເວທີປາໄສລະດູໃບໄມ້ຫຼົ່ນປີ2015ຈະໄຂຂຶ້ນໃນວັນທີ27/8ຢູ່ແຂວງແທງຮ໋ວາ
(ພາບປະກອບ)
(vovworld) – ເວທີປາໄສລະດູໃບໄມ້ຫຼົ່ນປີ 2015 ດ້ວຍຫົວຂໍ້ “ເສດຖະກິດຫວຽດນາມ - ເຊື່ອມໂຍງ ແລະ ພັດທະນາຢ່າງໝັ້ນຄົງ”, ຈະຖືກໄຂຂຶ້ນໃນວັນທີ 27/08 ຢູ່ແຂວງແທງຮ໋ວາ. ຂໍ້ມູນກ່ຽວກັບເວທີປາໄສກັບບັນດາອົງການສື່ມວນຊົນ ໃນຕອນເຊົ້າວັນທີ 20/08, ທ່ານຮອງຫົວໜ້າກຳມາທິການເສດຖະກິດ ຫງວຽນວັນຟຸກ ເນັ້ນໜັກເຖິງຈຸດປະສົງເຊິ່ງເວທີປາໄສມຸ່ງໄປເຖິງ ນັ້ນແມ່ນກະກຽມເນື້ອໃນໃຫ້ບົດລາຍງານຕິດຕາມກວດກາຂອງຄະນະປະຈຳສະພາແຫ່ງຊາດ ທີ່ວາລະປະຊຸມໃນເດືອນ 09/2015 ກ່ຽກວັບການຕີລາຄາຜົນຂອງວິວັດການເຊື່ອມໂຍງດ້ານເສດຖະກິດສາກົນ ນັບແຕ່ເມື່ອຫວຽດນາມ ເຂົ້າເປັນສະມາຊິກອົງການການຄ້າໂລກ (WTO) ກໍຄືບັນດາຄຳໝັ້ນສັນຍາ 2 ຝ່າຍ, ຫຼາຍຝ່າຍ ເຊິ່ງຫວຽດນາມ ໄດ້ ແລະ ພວມເຂົ້າຮ່ວມ. ບົນພື້ນຖານນັ້ນ, ບັນດາຜູ້ແທນ ແລະ ນັກຊ່ຽວຊານ, ນັກຄົ້ນຄວ້າ, ນັກວິທະຍາສາດ, ບັນດາອົງການຈັດຕັ້ງສາກົນ… ຈະແບ່ງປັນ, ປຶກສາຫາລືເພື່ອເຮັດແຈ້ງບັນດາເນື້ອໃນເຊິ່ງເວທີປາໄສມຸ່ງໄປເຖິງ.