ເວທີປາໄສວິສາຫະກິດຫວຽດນາມ-ສ.ເກົາຫຼີ

(VOVWORLD) -ຕອນບ່າຍວັນທີ 23 ມີນາ, ຢູ່ຮ່າໂນ້ຍ ໄດ້ດຳເນີນເວທີປາໄສວິສາຫະກິດຫວຽດນາມ - ສ.ເກົາຫຼີ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຫວຽດນາມ ຄັ້ງທຳອິດຂອງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in.

ເວທີປາໄສວິສາຫະກິດຫວຽດນາມ-ສ.ເກົາຫຼີ - ảnh 1 ທ່ານປະທານປະເທດ ກ່າວຄຳເຫັນທີ່ເວທີປາໄສ

(ພາບ:enternews.vn)

ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ຢືນຢັນວ່າ, ປະຈຸບັນ ສ.ເກົາຫຼີ ແມ່ນຄູ່ຮ່ວມມືໃຫຍ່ກວ່າໝູ່, ຄູ່ຮ່ວມມືພັດທະນາ 2 ຝ່າຍ ແລະ ການທ່ອງທ່ຽວໃຫຍ່ອັນດັບທີ 2 ແລະ ແມ່ນຄູ່ຄ້າລາຍໃຫຍ່ອັນດັບທີ 3 ຂອງຫວຽດນາມ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ, ເວທີປາໄສແມ່ນເຫດການສຳຄັນ, ແມ່ນກາລະໂອກາດທີ່ລ້ຳຄ່າເພື່ອໃຫ້ປະຊາຄົມວິສາຫະກິດ 2 ປະເທດ ພ້ອມກັນທົບທວນຄືນບັນດາໝາກຜົນແຫ່ງການຮ່ວມມືທີ່ບັນລຸໄດ້ໃນໄລຍະ 25 ປີຜ່ານມາ, ພ້ອມກັນແບ່ງປັນວິໄສທັດ, ແງ່ຫວັງ ແລະ ບັນດາກາລະໂອກາດຮ່ວມມືພັດທະນາໃນໄລຍະໃໝ່.

        “ອະນາຄົດຂອງການພົວພັນຮ່ວມມືຫວຽດນາມ ແລະ ສ.ເກົາຫຼີ ແມ່ນອີງໃສ່ວິໄສທັດ, ເຈດຈຳນົງບືນຕົວຂຶ້ນ ແລະ ຄວາມຂະຫຍັນຂັນເຄື່ອນ, ຫົວຄິດປະດິດສ້າງຂອງຖັນແຖວນັກທຸລະກິດ 2 ປະເທດ. ພວກຂ້າພະເຈົ້າປາດຖະໜາວ່າ ປະຊາຄົມວິສາຫະກິດ 2 ປະເທດສືບຕໍ່ແບ່ງປັນບັນດາແນວຄວາມຄິດໃໝ່, ບັນດາມາດຕະການແກ້ໄຂຢ່າງມີຫົວຄິດປະດິດສ້າງ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາຍເປັນກຳລັງນຳໜ້າໃນການຮ່ວມມື ແລະ ຮ່ວມສຳພັນເສດຖະກິດ, ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດໃຫ້ເລິດເຊິ່ງກວ່າອີກ”.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae in ໃຫ້ຮູ້ວ່າ, ປະຈຸບັນຫວຽດນາມ ໄດ້ກາຍເປັນໜຶ່ງໃນຈຳນວນ 4 ປະເທດຄູ່ຄ້າລາຍໃຫຍ່ຂອງສ.ເກົາຫຼີ ແລະ ປະຈຸບັນ, 2 ປະເທດໄດ້ເປັນເອກະພາບນຳກັນວ່າ ຮອດປີ 2020 ຈະນຳວົງເງິນການຄ້າລະຫວ່າງ 2 ປະເທດໃຫ້ບັນລຸໄດ້ 100 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ