ເວທີປາໄສວິສາຫະກິດຫວຽດນາມ - ມາເລເຊຍ

ເວທີປາໄສວິສາຫະກິດຫວຽດນາມ - ມາເລເຊຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ເຂົ້າຮ່ວມ
​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 23
(ພາບປະກອບ: TTXVN)


(vovworld) - ທີ່​ປະ​ເທດ​ມາ​ເລ​ເຊຍ, ​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 23, ວັນ​ທີ 07/06 ຢູ່​ນະຄອນຫຼວງ Kuala Lumper ​ໄດ​​້ດຳ​ເນີນ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ - ມາ​ເລ​ເຊຍ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ວິ​ສາ​ຫະກິດ​ເກືອບ 100 ​ແຫ່ງ ທີ່ມາ​ຈາກ 2 ປະ​ເທດ​. ກ່າວຄຳ​ເຫັນ​ທີ່​ເວທີ​ປ​າ​ໄສ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຢືນຢັນ​ວ່າ ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ມາ​ເລ​ເຊຍ ​ເມື່ອ​ເຂົ້າ​ຮ່ວມ​ການ​ລົງທຶນ ​ແລະ ດຳ​ເນີ​ນທຸລະ​ກິດ​ຢູ່​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວາ​ມ ປາດ​ຖະໜາ​ວ່າ ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ຫວຽດນາມ ​ແລະ ມາ​ເລ​ເຊຍ ຈະ​ເພີ່ມ​ທະວີ​ໃນ​ການ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ການ​ລົງທຶນ, ມອບ​ໂອນ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ພ້ອມ​ກັນ​ພັດທະນາ​ຍິ່ງກວ່າ​ອີກ.
ຂ່າວ/ບົດ​ອື່ນ