ເວທີປາໄສວິສາຫະກິດ ຫວຽດນາມ ປີ 2012
ພາບ:vietbao.vn
|
(vovword)- ເວທີປາໄສວິສາຫະກິດ ຫວຽດນາມ ປີ 2012 ພາຍໃຕ້ຫົວຂໍ້ວ່າ:“ຈາກຄວາມເປັນປົກກະຕິໄປສູ່ການຟື້ນຟູເສດຖະກິດ” ກ່ອນດຳເນີນກອງປະຊຸມກຸ່ມທີ່ປຶກສາບັນດານັກອຸປະຖຳກາງສະໄຫມ ປີ 2012 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 29/5 ຢູ່ ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານ Vu Van Ninh ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນຫນັກວ່າ: ໃນປີ 2012, ຫວຽດນາມ ມີແຜນນະໂຍບາຍຄວບຄຸມໄພເງິນເຟີ້ຢູ່ໃນລະດັບ 1 ຕົວເລກ, ຮັກສາການເຕີບໂຕໃນລະດັບເໝາະສົມ 6%, ລາຍຈ່າຍງົບປະມານແຫ່ງລັດເກີນດຸນປະມານ 4,8% GDP ພ້ອມທັງຮັບປະກັນການປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມໃນທຸກກໍລະນີເປັນຢ່າງດີ. ເຖິງຢ່າງໃດກໍຕາມ, ຈຸດໝາຍນີ້ ພວມປະສົບກັບສິ່ງທ້າທາຍຫລາຍຢ່າງ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ໃຫ້ຮູ້ວ່າ:
“ຄວາມຮຽກຮ້ອງຕ້ອງການທີ່ວາງອອກໃຫ້ແກ່ລັດຖະບານໃນໄລຍະຈະມາເຖິງນັ້ນແມ່ນ ຕ້ອງສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກປະຈຸບັນ, ເປັນເຈົ້າການໃນການບໍລິຫານເພື່ອຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ສ້າງເງື່ອນໄຂຊຸກຍູ້ການພັດທະນາການຜະລິດດຳເນີນທຸລະກິດ, ຍູ້ແຮງການໃຊ້ສອຍສິນຄ້າ ແຕ່ບໍ່ເຮັດໃຫ້ເສດຖະກິດມະຫາພາກຂາດຄວາມເປັນປົກກະຕິ ແລະ ໄພເງິນເຟີ້ກັບຕ່າວຄືນມາ. ທີ່ເວທີປາໄສປີນີ້, ລັດຖະບານ ຫວຽດນາມ ປາດຖະຫນາຢາກໄດ້ຮັບຄຳສະເຫນີຂອງບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອສ້າງກົນໄກນະໂຍບາຍສົມບູນແບບ ແລະ ວາງອອກບັນດາມາດຕະການຢ່າງມີປະສິດທິຜົນເພື່ອປະຕິບັດບັນດາຈຸດໝາຍຂອງປີ 2012 ແລະ ຊຸມປີຕໍ່ໄປຢ່າງມີໄຊ.”
ທີ່ເວທີປາໄສ,ທ່ານນາງ Victoria Kwakwa ຜູ້ອຳນວຍການທະນາຄານໂລກປະຈຳ ຫວຽດນາມ ຖືວ່າ:
“ການປຶກສາຫາລືຢູ່ເວທີປາໄສຄັ້ງນີ້ ແມ່ນຖືກຕອ້ງກັບຈຸດເວລາ, ມັນໄດ້ສະແດງໃຫ້ເຫັນການຮ່ວມມືລະຫວ່າງລັດຖະບານ ແລະ ພາກເອກະຊົນ, ແກ້ໄຂສະພາບຕິດຂັດໃຫ້ແກ່ພື້ນຖານເສດຖະກິດ. ”