ເວທີປາໄສວິສາ ຫະກິດຫວຽດນາມ ກາງສະໄໝ ປີ 2013

ເວທີປາໄສວິສາ ຫະກິດຫວຽດນາມ ກາງສະໄໝ ປີ 2013 - ảnh 1

(ພາບ:baomoi.com)

(vovworld)- ຕອນ​ເຊົ້າວັນ​ທີ 3/6, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ໃຫ້​ມີເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ກາງ​ສະ​ໄໝ​ປີ 2013 ດ້ວຍ​ຫົວ​ເລື່ອງ “​ໄລຍະ​ໃໝ່​ໃນ​ການ​ປະຕິ​ຮູບ​ເສດຖະກິດ: ຈາກ​ໂຄງການ​ດຳ​ເນີນ​ງານ ​ເຖິງ​ການ​ກະທຳ”. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ຕາງໜ້າ​ໃຫ້​ລັດຖະບານ​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ ​ໄດ້​ຕີ​ລາຄາ​ສູງ​​ການ​ປະກອບສ່ວນ​ຂອງ​ບັນດາ​ອົງການ, ສະ​ຫະ​ສະມາຄົມ, ອົງການ​ຈັດຕັ້ງສາກົນ​ຢູ່​ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ ການ​ລົງທຶນ​ລະຫວ່າງ​ຫວຽດນາມ ກັບປະ​ເທດ​ຕ່າງໆ ​ແລະ ສະໜັບສະໜູນ​ຫວຽດນາມ ​ໃນ​ວິວັດ​ການ​ເຊືອ່ມ​ໂຍງ​ເຂົ້າກັບ​ສາກົນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ໋ວັນ​ນິງ ​ເນັ້ນໜັກ​ວ່າ:

   “ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ນະ​ໂຍບາຍ​ໂຈະ, ຫລຸດ ຜ່ອນ​ອາກອນ ​ແລະ ນະ​ໂຍບາຍ​ໜູນ​ຊ່ວຍ​ສິນ​ເຊື່ອ. ປະຕິບັດ​ບັນດາ​ມາດ​ຕະການ​ພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ ພ້ອມ​ທັງ​ຍູ້​ແຮ​ງການ​ສົ່ງ​ອອກ. ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຕະຫຼາດ, ລາຄາ. ສະກັດ​ກັ້ນສະພາບ​ຄອບ​ງຳ​ຕະຫຼາດ, ຄ້າຂາຍ​ເຖື່ອນ”.

ຂ່າວ/ບົດ​ອື່ນ