ເວທີປາໄສຮ່ວມມືຊັບພະຍາກອນໂລຫະແບບຍືນຍົງຫວຽດນາມ-ອົດສະຕາລີ2015
(ພາບປະກອບຈາກ Hùng Võ/Vietnam+)
|
(vovworld) – ເວທີປາໄສ ຮ່ວມມືຊັບພະຍາກອນບໍ່ແຫ່ແບບຍືນຍົງ ຫວຽດນາມ - ອົດສະຕາລີ ປີ 2015 ຖືກຈັດຂຶ້ນໃນວັນທີ 19/3, ຢູ່ຮ່າໂນ້ຍ, ໂດຍກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫວຽດນາມ ສົມທົບກັບສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ແລະ ສະມາຄົມບັນດາວິສາຫະກິດບໍລິການເຕັກໂນໂລຢີ - ອຸປະກອນບໍ່ແຮ່ ອົດສະຕາລີ ຈັດຕັ້ງ. ເວທີປາໄສແມ່ນຂົວຕໍ່ເພື່ອໃຫ້ບັນດາອົງການຄຸ້ມຄອງ ແລະ ບັນດາວິສາຫະກິດເຄື່ອນໄຫວໃນຂົງເຂດຊັບພະຍາກອນໂລຫະຂອງ 2 ປະເທດພົບປະ, ແລກປ່ຽນ, ແບ່ງປັນບົດຮຽນກ່ຽວກັບບັນດາບັນຫາຂຸດຄົ້ນຊັບພະຍາກອນໂລຫະຕາມທິດຍືນຍົງ, ປົກປັກຮັກສາສິ່ງແວດລ້ອມ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນໂລຫະຢ່າງມີປະສິດທິຜົນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດາອົງການ, ວິສາຫະກິດ ຫວຽດນາມ ສຳພັດກັບບັນດາເຕັກໂນໂລຢີ, ອຸປະກອນຂຸດຄົ້ນໂລຫະທີ່ທັນສະໄໝ ແລະ ບັນດາບໍລິການໃຫ້ຄຳປຶກສາຂອງ ອົດສະຕາລີ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານລັດຖະມົນຕີວ່າການກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຫງວຽນມິງກວາງ, ໃຫ້ຮູ້ວ່າ: ຍຸດທະສາດຊັບພະຍາກອນໂລຫະຮອດປີ 2020, ວິໄສທັດຮອດປີ 2030 ໂດຍນາຍົກລັດຖະມົນຕີອະນຸມັດຜ່ານ, ໃນນັ້ນຊີ້ແຈ້ງວ່າ: ການສຳຫຼວດ, ຂຸດຄົ້ນຊັບພະຍາກອນໂລຫະຕ້ອງຕິດພັນກັບການປຸງແຕ່ງ ແລະ ນຳໃຊ້ຢ່າງມີປະສິດທິຜົນ. ເພື່ອປະຕິບັດຍຸດທະສາດນີ້, ຫວຽດນາມ ຕັ້ງໜ້າຍູ້ແຮງການຮ່ວມມືສາກົນເພື່ອຮັບເອົາວິທະຍາສາດທີ່ທັນສະໄໝ, ນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າໃນການສຳຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງຊັບພະຍາກອນໂລຫະ, ສົ່ງເສີມການຮ່ວມມືສຳຫຼວດ, ຂຸດຄົ້ນ. ໂຄງການຮ່ວມມືຊັບພະຍາກອນໂລຫະແບບຍືນຍົງກັບ ອົດສະຕາລີ ແມ່ນໜຶ່ງໃນບັນດາເນື້ອໃນຮ່ວມມືໄດ້ຮັບການບຸລິມະສິດ ແລະ ເອົາໃຈໃສ່ທີ່ສຸດ.