ເວທີປາໄສຮ່ວມມື ອາຊີ - ເອຮົບ

(VOVWORLD) - ໃນຕອນບ່າຍວັນທີ 19 ແລະ ຕອນເຊົ້າວັນທີ 20 ມິຖຸນາ 2018, ກອງປະຊຸມ ASEM “ພ້ອມກັນມີການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແນໃສ່ບັນລຸໄດ້ເປົ້າໝາຍການພັດທະນາແບບຍືນຍົງ-ກຳນົດທິດໃນອະນາຄົດ” ສືບຕໍ່ໄດ້ດຳເນີນໄປຢູ່ນະຄອນ ເກິນເທີ.
ເວທີປາໄສຮ່ວມມື ອາຊີ - ເອຮົບ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ  (ພາບ: baochinhphu.vn)

ກອງປະຊຸມສຸມໃສ່ປຶກສາຫາລືຫລາຍຫົວຂໍ້ສຳຄັນຄືການພັດທະນາໃນສະພາບການປ່ຽນແປງຂອງດິນຟ້າອາກາດ, ກໍ່ສ້າງກຳລັງຄວາມສາມາດເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ, ເພີ່ມທະວີບົດບາດ ແລະ ການເຂົ້າຮ່ວມຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ເພີ່ມທະວີການຮ່ວມມືລະຫວ່າງ ອາຊີ - ເອີຣົບ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອການພັດທະນາແບບຍືນຍົງ.

        ທີ່ວາລະສະຫລຸບ, ກອງປະຊຸມບັນດາຜູ້ແທນໄດ້ເຫັນດີເປັນເອກະພາບຫລາຍມາດຕະການ ເພີ່ມທະວີການສົມທົບກະທຳໃນ ASEM. ພົ້ນເດັ່ນແມ່ນຊຸກຍູ້ການປະກອບສ່ວນຂອງ ASEM ເຂົ້າໃນຄວາມມານະພະຍາຍາມທົ່ວໂລກ ເພື່ອຜັນຂະຫຍາຍໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ, ຂໍ້ຕົກລົງ Paris ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

        ພາຍຫລັງເຮັດວຽກເປັນເວລາ 2 ວັນ, ກອງປະຊຸມໄດ້ເຫັນດີເປັນເອກະສັນຮັບຮອງເອົາບົດລາຍງານ ເພື່ອຍື່ນສະເໜີຕໍ່ກອງປະຊຸມສຸດຍອດ ASEM ຄັ້ງທີ 12 ຢູ່ ບຣຸກແຊນ ປະເທດ ແບນຊິກ ໃນເດືອນ ຕຸລາ 2018. ກອງປະຊຸມ ASEM “ພ້ອມກັນກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດແນໃສ່ບັນລຸໄດ້ບັນດາເປົ້າໝາຍການພັດທະນາແບບຍືນຍົງ” ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຍົກສູງລັກສະນະແທດຈິງຂອງການຮ່ວມມື ASEM, ຢືນຢັນການປະກອບສ່ວນຂອງ ASEM ເຂົ້າໃນຄວາມມານະພະຍາຍາມທົ່ວໂລກເພື່ອການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ