ເວທີປາໄສເສດຖະກິດຫວຽດນາມ 2014

ເວທີປາໄສເສດຖະກິດຫວຽດນາມ 2014 - ảnh 1
(ພາບປະກອບ)

(vovworld) - ດ້ວຍ​ຫົວ​ຂໍ້​ວ່າ “​ເຕີບ​ໂຕ​ຂຽວ ​ແລະ ສ້າງ​ໂຄງ​ປະກອບ​ເສດຖະກິດ​ຫວຽດນາມ​ຄືນ​ໃໝ່“.ເວທີ​ປາ​ໄສ​ເສດຖະກິດ​ຫວຽດນາມ 2014 ​ໂດຍ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ສົມທົບ​ກັບ​ຄະນະ​ເສດຖະກິດ​ສູນ​ກາງ​ຈັດ​ຕັ້ງ​ໃນ​ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ຖື​ວ່າ, ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຂອງ​ຫວຽດນາມ, ການ​ເລືອກ​ເຟັ້ນຮູບ​ແບບ​ເຕີບ​ໂຕ​ຂຽວ​ແມ່ນ​ມີ​ຄວາມ​ຈຳ​ເປັນ. ​ແຕ່​ຕາມ ດຣ, ຫງວຽນ​ທີ​ເຕ້ຍ​ແອ​ງ, ຮອງ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ຄຸ້ມ​ຄອງ​ເສດຖະກິດ​ສູນ​ກາງ​ແລ້ວ, ​ເລື່ອງ​ຫັນປ່ຽນ​ໂຄງ​ປະກອບ​ຕາມ​ທິດ​ເຕີບ​ໂຕ​ຂຽວ​ຂອງ​ຫວຽດນາມ, ນອກຈາກ​ກາລະ​ໂອກາດ​ທີ່​ສະດວກ​ນັ້ນ, ຍັງ​ຕ້ອງ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ:

 "ເພື່ອ​ຫັນປ່ຽນ​ໂຄງ​ປະກອບ​ຕາມ​ທິດ​ເຕີບ​ໂຕ​ຂຽວ​ຈຳ​ເປັນ​ຕ້ອງ​ຍູ້​ແຮງ​ບັນຫາ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ເຊິ່ງພວກ​ເຮົາ​ພວມ​ປະຕິບັດ. ຫັນປ່ຽນ​ຕາມ​ທິດ​ບຸລິ​ມາ​ສິດ​ພັດທະນາ​ບາງ​ຂະ​ແໜງ​ທີ່​ໃຊ້​ພະລັງ​ນ້ອຍ, ຕາມ​ທິດ​ຜະລິດ​ຂຽວ ​ແລະ ຫຼຸດຜ່ອນ​ບັນດາ​ຂະ​ແໜງ​ໃຊ້​ພະລັງງານ​ຫຼາຍ. ຕ້ອງ​ມີ​ການ​ສົມທົບ​ລະຫວ່າງ​ບັນດາ​ອົງການ, ລະ​ຫວ່າງ​ອົງການ​ກັບ​ວິ​ສາ​ຫະກິດ, ​ເຮັດ​ຄື​ແນວ​ໃດ​ເພື່ອ​ໃຫ້​ຍຸດ​ທະ​ສາດ​ເຕີບ​ໂຕ​ຂຽວ​ປະກົດ​ຜົນ​ເປັນ​ຈິງ“.

ຂ່າວ/ບົດ​ອື່ນ