(vovworld) - ປີ 2013, ແຂວງວິ້ງລອງ ຈະເປັນເຈົ້າພາບຈັດຕັ້ງເວທີປາໄສຮ່ວມມືພັດທະນາເສດຖະກິດເຂດທົ່ງພຽງແມ່ນ້ຳຂອງ (MDEC - ວິ້ງລອງ 2013). ດ້ວຍຫົວຂໍ້ວ່າ “ເຂດທົ່ງພຽງແມ່ນ້ຳຂອງ ມຸ່ງໄປສູ່ພື້ນຖານເສດຖະກິດຂຽວ”, ຄາດວ່າເວທີປາໄສຈະດຳເນີນໄປໃນລະຫວ່າງວັນທີ 24 – 27/11/2013, ແນໃສ່ໂຄສະນາ, ແນະນຳ, ດຶງດູດການລົງທຶນເພື່ອພັດທະນາເຂດທົ່ງພຽງແມ່ນ້ຳຂອງ ຢ່າງແຮງ. ຕາມຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ແລ້ວ, ເວທີປາໄສ MDEC - ວິ້ງລອງ 2013 ຈະລວມມີບັນດາການເຄື່ອນໄຫວໃຫຍ່ຄື: ງານຕະຫຼາດນັດ - ວາງສະແດງ “ສັບປະດາສິ່ງແວດລ້ອມຂຽວ”, ການເຄື່ອນໄຫວຂອງກອງປະຊຸມ, ກອງປະຊຸມສຳມະນາ, ການເຄື່ອງນໄຫວງານບຸນ, ການແຂ່ງຂັນ ແລະ ຂົນຂວາຍຮັບປະກັນຊີວິດສັງຄົມ. MDEC - ວິ້ງລອງ 2013 ຄາດວ່າ ຈະມີຮ້ານວາງສະແດງສິນຄ້າ 650 ຮ້ານ ຈາກບັນດາກະຊວງ, ຂະແໜງການສູນກາງ; ບັນດາກົມ, ສະຖາບັນ, ມະຫາວິທະຍາໄລ, ທະນາຄານ; ບັນດາກົງສູນໃຫຍ່ ແລະ ບັນດາວິສາຫະກິດ... ໃນບັນດາຂົງເຂດຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ ໃນທົ່ວເຂດທົ່ງພຽງແມ່ນ້ຳຂອງ. ການເສັງຖ່າຍຮູບສິລະປະ, ການຜະລິດຂຽວ, ງານລາຕີສິລະປະສົມທົບກັບບັ້ນຂົນຂວາຍສ້າງກອງທຶນເພື່ອຮັບປະກັນຊີວິດສັງຄົມ ກໍຈະຖືກຕັ້ງຢູ່ເວທີປາໄສຄັ້ງນີ້.