ເວເນຊູເອລາແລະລັດເຊຍເພີ່ມທະວີການຮ່ວມມືດ້ານນ້ຳມັນອາຍແກສ
ປະທານກຸ່ມບໍລິສັດ PDVSA Rafael Ramirez (ເສື້ອສີຂາວ) ແລະ
ປະທານ Rosneft Igor Sechin
(ພາບ: AFP/TTXVN)
|
(vovworld) – ວັນທີ 27/5, ໃນການຕ້ອນຮັບປະທານກຸ່ມບໍລິສັດນ້ຳມັນອາຍແກສ Rosneft ຂອງລັດເຊຍ Igor Sechin ຢູ່ນະຄອນຫຼວງ ກາຣາກາກ, ທ່ານປະທານສະພາແຫ່ງຊາດ ເວເນຊູເອລາ Diosdado Cabello ຕີລາຄາສູງການພົວພັນຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດນ້ຳມັນອາຍແກສ. ທ່ານ Cabello ໃຫ້ຮູ້ວ່າ: ເວເນຊູເອລາ ບັນລຸໄດ້ບັນດາໝາກຜົນສຳຄັນໃນການສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກສ ຜ່ານບັນດາໂຄງການລົງທຶນ ແລະ ແລກປ່ຽນເຕັກໂນໂລຢີທີ່ມີລັກສະນະຍຸດທະສາດກັບ ລັດເຊຍ. ທ່ານກໍ່ເນັ້ນໜັກເຖິງຄວາມສຳຄັນຂອງການຊອກຫາກົນໄກຮ່ວມສຳພັນລະຫວ່າງບັນດາປະເທດຜະລິດນ້ຳມັນບໍ່ເພື່ອຮັບປະກັນລາຄາເຊື້ອເພິງເປັນປົກກະຕິ.
ສ່ວນທ່ານ Sechin ຊົມເຊີຍເລື່ອງລັດຖະບານ ເວເນຊູເອລາ ໄດ້ຫັກ ເງິນສ່ວນໜຶ່ງຈາກການຂາຍນ້ຳມັນເພື່ອລົງທຶນໃຫ້ແກ່ການສຶກສາ, ກໍ່ສ້າງເຮືອນຢູ່, ພັດທະນາເຕັກໂນໂລຢີ ແລະ ບັນດາໂຄງການພັດທະນາຊີວິດສັງຄົມອື່ນໆອີກ. ທ່ານກໍ່ຢັ້ງຢືນຈະມານະພະຍາຍາມປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນ 2 ຝ່າຍກ່ວາອີກ.