ເວເນຊູເອລາ ສືບຕໍ່ບັ້ນຮົບຄັດຄ້ານບັນດາມາດຕະການລົງໂທດຂອງ ອາເມລິກາ
(VOVWORLD) - ວັນທີ 14 ກັນຍາ, ບັ້ນຂົນຂວາຍເກັບເອົາລາຍເຊັນຄັດຄ້ານບັນດາມາດຕະການຄວບຄຸມເສດຖະກິດ ເຊິ່ງ ລັດຖະບານ ອາເມລິກາ ຈັດວາງເພື່ອຕ້ານຄືນ ເວເນຊູເອລາ ແມ່ນສືບຕໍ່ໄດ້ຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນຂອງປະເທດ ອາເມລິກາໃຕ້ ນີ້.
ບັ້ນຂົນຂວາຍເກັບເອົາລາຍເຊັນຄັດຄ້ານບັນດາມາດຕະການຄວບຄຸມເສດຖະກິດ ເຊິ່ງ ລັດຖະບານ ອາເມລິກາ ຈັດວາງເພື່ອຕ້ານຄືນ ເວເນຊູເອລາ ໄດ້ຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນ |
ກ່າວຄໍາເຫັນຜ່ານບັນດາສື່ມວນຊົນແຫ່ງລັດ, ທ່ານປະທານາທິບໍດີ ເວເນຊູເອລາ Nicolas Maduro ຢັ້ງຢືນວ່າ ທ້າຍອາທິດນີ້ ແມ່ນຈຸດເວລາທີ່ມີລັກສະນະຕັດສິນຊີ້ຂາດ ດ້ວຍຈໍານວນລາຍເຊັນເກັບມາໄດ້ອາດຈະແມ່ນ 13 ລ້ານ ລາຍເຊັນ, ຜ່ານນັ້ນ ຈະຍົກຈໍານວນຜູ້ສະໜັບສະໜູນເລື່ອງຄັດຄ້ານບັນດາມາດຕະການໄຮ້ເຫດຜົນ ຂອງ ວໍຊີງຕັນ ທີ່ຈັດວາງຕໍ່ ເວເນຊູເອລາ ໃຫ້ຫຼາຍຂຶ້ນ. ທ່ານປະທານາທິບໍດີ Nicolas Maduro ກໍໃຫ້ຮູ້ວ່າ ທ່ານຮອງປະທານາທິບໍດີ Delcy Rodriguez ແລະ ທ່ານລັດຖະມົນຕີການຕ່າງປະເທດ Jorge Arreaza Arreaza ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ໃນວັນທີ 17 ກັນຍາ ຈະມາເຖິງ ເພື່ອຍື່ນສະເໜີຕໍ່ ທ່ານເລຂາທິການໃຫຍ່ ສປຊ Antonio Guterres ບັນດາເອກະສານກ່ຽວກັບສະພາບການຕົວຈິງຢູ່ ເວເນຊູເອລາ.