ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຮ່າຢາງ ຢ່າງສຸດຂີດ

(VOVWORLD) - ເຫດການເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຮ່າຢາງ
ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຮ່າຢາງ ຢ່າງສຸດຂີດ - ảnh 1 ການສະແດງສິລະປະທີ່ລາຍການ

ຕອນເຊົ້າວັນທີ 1 ກຸມພາ, ກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນແຂວງ ຮ່າຢາງ ໄດ້ໄຂກອງປະຊຸມ “ແນະນຳ ຮ່າຢາງ” ຢູ່ຮ່າໂນ້ຍ. ເຫດການເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຮ່າຢາງ, ຜ່ານນັ້ນ ດຶງດູດແຫຼ່ງກຳລັງຈາກພາຍນອກລົງທຶນເຂົ້າຮ່າຢາງ, ຊ່ວຍຍົກສູງພື້ນຖານດ້ານວັດຖຸ ແລະ ຊີວິດການເປັນຢູ່ຂອງປະຊາຊົນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ໃຫ້ຮູ້ວ່າ:

        “ກະຊວງການຕ່າງປະເທດ ໄດ້ເລືອກເຟັ້ນ ຮ່າຢາງ ເພື່ອເລີ່ມເຄື່ອນໄຫວໃຫ້ບັນດາລາຍການແນະນຳທ້ອງຖິ່ນໃນປີ 2018 ຍ້ອນ ຮ່າຢາງ ໄດ້ເຕົ້າໂຮມບັນດາຄຸນຄ່າທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ສ້າງຄວາມດຶງດູດທີ່ເປັນເອກະລັກສະເພາະ, ເຊິ່ງ ພວກທ່ານສາມາດຄົ້ນຫາ, ເຖິງວ່າໃນຖານະເປັນແຂກທ່ອງທ່ຽວ, ບັນດາວິສາຫະກິດລົງທຶນ ຫຼື ບັນດາອົງການບໍ່ຂຶ້ນກັບລັດຖະບານ…”

ຕອບກັບ

ຂ່າວ/ບົດ​ອື່ນ