ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າກ່ວາອີກ

ເສີມຂະຫຍາຍບົດບາດຂອງຜູ້ມີອິດທິພົນຊື່ສຽງໃນໝູ່ປະຊາຊົນບັນດາເຜົ່າກ່ວາອີກ - ảnh 1
ພາບປະກອບ

(vovworld) – ພາຍຫຼັງ​ 5 ປີ​ແຫ່ງ​ການປະຕິບັດຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ວຽກ​ງານ​ຂົນຂວາຍ, ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນໝູ່​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍຮັບ​ການ​ກຳນົດ​ຈາກພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ທຸກ​ຂັ້ນ​​ແມ່ນ​ເນື້ອ​ໃນ​ສຳຄັນ​ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ຢ່າງ​ໃຫຍ່​ຫຼວງ ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ, ສ້າງ​ລະບອບ​ການ​ເມືອງ​ຂັ້ນ​ຮາກ​ຖານ​ຢ່າງ​ເຂັ້ມ​​ແຂງ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ. ນີ້​ແມ່ນ​ເນື້ອ​ໃນ​ຂອງ​ກອງ​ປະຊຸມ​ສະຫລຸບ 5 ປີແຫ່ງ​ການປະຕິບັດຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ໃນ​ໝູ່​ປະຊາຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ​​ໂດຍ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ສົມທົບ​ກັບ​ກະຊວງ​ຕຳຫຼວດ ​ແລະ ຄະນະ​ກຳມະການ​ຊົນ​ເຜົ່າ ຈັດ​ຕັ້ງ​ໃນ​ວັນ​ທີ 19/10, ຢູ່​ຮ່າ​ໂນ້ຍ.

    ກ່າວ​ຄຳ​ເຫັນ​ທີກອງ​ປະຊຸມ, ລັດຖະມົນຕີ - ຫົວໜ້າ​ຄະນະ​ກຳ​ມະ​ການ​ຊົນ​ເຜົ່າ ຢ່າງ​​ແຊວ​ຝື ຢືນຢັນ​ວ່າ:

    “ສຳລັບ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ພິ​ເສດ​ແມ່ນ​ເຂດ​ຊົນນະບົດ, ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ນັ້ນ, ລະບົບ​ກົດໝາຍ, ກົດ​ລະບຽບ​ບ້ານ​ເມືອງ​ແມ່ນເຂັ້ມ​ຂົ້ນ​ໄປ​ດ້ວຍ​ລັກສະນະ​ຊົນ​ເຜົ່າ​ໄດ້​ຄອບ​ຫງຳບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ, ​ເຂດ​ຊຸມ​ຊົນ. ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ມີ​ບົດບາດ​ແມ່ນ​ແກ່ນສານ​​ໃນ​ການ​ເຄື່ອນ​ໄຫວ​ຢ່າງ​ແທ້​ຈິງ, ປະຕິບັດ​ວຽກ​ງານ​ລະອຽດ ​ເພື່ອ​ເປັນ​ແບບຢ່າງ ​ແລະ ຕັ້ງໜ້າ​ຂົນຂວາຍ​ສຶກສາ​ອົບຮົມ​ລູກ​ຫຼານ​ໃນ​ວົງ​ຕະກຸນ ​ແລະ ປະຊາ​ຄົມ​ເຂົ້າ​ຮ່ວມ​ການ​ຮັກສາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ”

    ທີ່​ກອງ​ປະຊຸມ, ທ່າ​ນຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້​ຄະນະ​ພັກ, ອຳ​ນາດ​ການ​ປົກຄອງ ​ແລະ ທ້ອງ​ຖິ່ນ​ຄວນ​ຮັບ​ຮູ້​ກ່ຽວ​ກັບ​ບົດບາດ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ກ່ວາ​ອີກ, ພ້ອມ​ທັງ​ສືບ​ຕໍ່​ປະຕິບັດ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ແບບຢ່າງ​ຂອງ​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ, ສ້າງ​​ເງື່ອນ​ໄຂ​ໃຫ້​ຜູ້​ມີ​ອິດ​ທິພົນ​ຊື່​ສຽງ​ອຸທິດ​ສ່ວນ, ປະກອບສ່ວນ, ຮັບປະກັນ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ເຂດ​ພູດ​ອຍ, ພິ​ເສດ​ແມ່ນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ.

ຂ່າວ/ບົດ​ອື່ນ