(VOVWORLD) - ສຳລັບ 11 ກິດຈະກຳ ໄດ້ຮັບລາງວັນໃນມື້ນີ້, ພວກຂ້າພະເຈົ້າຫວັງວ່າ ບັນດາແນວຄວາມຄິດຈະໄດ້ຮັບການ ຄົ້ນຄ້ວາ, ພິຈາລະນະຈາກບັນດາອົງການມີໜ້າທີ່ຮັບຜິດຊອບຂອງກະຊວງຊັບພະຍາກອນສິ່ງແວດລ້ອມ
ບັນດາຜູ້ໄດ້ຮັບລາງວັນທີ ລາຍການ |
ຕອນບ່າຍວັນທີ 29 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງການມອບລາງວັນການເສັງສ້າງແນວຄວາມຄິດ, ແຜນຮ່າງຊາວໜຸ່ມຮ່ວມແຮງຮ່ວມໃຈປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ປີ 2017.
ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແອງຕ໋ວນ, ເລຂາສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ເນັ້ນໜັກວ່າ:
“ສຳລັບ 11 ກິດຈະກຳ ໄດ້ຮັບລາງວັນໃນມື້ນີ້, ພວກຂ້າພະເຈົ້າຫວັງວ່າ ບັນດາແນວຄວາມຄິດຈະໄດ້ຮັບການ ຄົ້ນຄ້ວາ, ພິຈາລະນະຈາກບັນດາອົງການມີໜ້າທີ່ຮັບຜິດຊອບຂອງກະຊວງຊັບພະຍາກອນສິ່ງແວດລ້ອມ, ພິເສດແມ່ນບັນດາທ້ອງຖິ່ນ ເພື່ອຜັນຂະຫຍາຍໃນສະພາບຕົວຈິງໂດຍໄວ. ແລະ ພວກຂ້າພະເຈົ້າຫວັງວ່າ ໃນຊຸມປີຈະມາເຖິງ, ການເສັງຈະສ້າງກຳລັງແຜ່ຂະຫຍາຍ, ເພື່ອມີຫຼາຍກິດຈະກຳມີປະສິດທິຜົນກ່ວາອີກ.”