ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 28/3 ຢູ່ຮ່າໂນ້ຍ, ຄະນະກຳມະການຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມຮັບເອົາຄຳເຫັນບັນດາພະນັກງານອະດີດການນຳພັກ, ລັດ ປະກອບໃສ່ຮ່າງລັດຖະທຳມະນູນ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຊີງຮຸ່ງ, ປະທານຄະນະກຳມະການຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ໄດ້ຊີ້ແຈງວ່າ: ການປັບປຸງ, ເພີ່ມເຕີມລັດຖະທຳມະນູນປີ 1992 ແມ່ນຫນ້າທີ່ຈຸດສຸມຂອງທັງລະບົບການເມືອງ,ແມ່ນວຽກງານສຳຄັນຍິ່ງຂອງປະເທດຊາດ, ຮຽກຮ້ອງຕ້ອງປະຕິບັດຢ່າງຮີບເຮັ່ງ, ລອບຄອບຖິ່ຖ້ວນ ແລະ ວິທະຍາສາດ. ທ່ານປະທານສະພາແຫ່ງຊາດ ຫງວຽນຊີງຮຸ່ງ ໃຫ້ຮູ້ວ່າ: ຜ່ານການລວບລວມເບື້ອງຕົ້ນເຫັນວ່າ, ບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຕ່າງໆໃນທົ່ວປະເທດໄດ້ຈັດກອງປະຊຸມຮັບເອົາຄຳເຫັນເກືອບ 30.000 ຄັ້ງ ແລະ ຄຳເຫັນທີ່ປະຊາຊົນເກືອບ 20 ລ້ານເທື່ອຄົນສົ່ງເຖິງດ້ວຍລາຍລັກອັກສອນ. ເຖິງຢ່າງໃດກໍຕາມ, ໃນວິວັດການຈັດຕັ້ງຍັງມີປະກົດການສວຍໃຊ້ບັ້ນຮັບເອົາຄຳເຫັນປະກອບເພື່ອແບ່ງແຍກຄວາມສາມັກຄີຂອງທົ່ວປວງຊົນທັງຊາດ, ຂາດຈິດໃຈສ້າງສັນ, ປະຕິເສດການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມສຳລັບລັດ ແລະ ສັງຄົມ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນຫນັກວ່າ:
“ສຳລັບບັນດາບັນຫານີ້, ພວກຂ້າພະເຈົ້າຈະຮັບເອົາ,ນຳມາປຶກສາຫາລືຢູ່ສະພາແຫ່ງຊາດ, ສູນກາງ, ກົມການເມືອງ ແຕ່ກ່ອນອື່ນໝົດແມ່ນປຶກສາຫາລືໃນຄະນະກຳມະການຮຽບຮຽງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ, ໃນສະພາແຫ່ງຊາດ, ຫລັງຈາກນັ້ນປຶກສາຫາລືຢູ່ສະພາແຫ່ງຊາດ ແລະ ເປີດເຜີຍໃນທົ່ວປວງຊົນ.”