ເຫດການໃນວັນທີ 11/9 ເປັນສິ່ງຫຼອກຫຼອນສຳລັບ ອາເມລິກາ

ເຫດການໃນວັນທີ 11/9 ເປັນສິ່ງຫຼອກຫຼອນສຳລັບ ອາເມລິກາ - ảnh 1

ອາ​ເມ​ລິ​ກາ: ​ເຫດການ 11/9 ຄົບຮອບ 11 ປີ

(ພາບ:vtv.vn)

(vovworld)- ​ກ່ອນ​ນີ້ 11 ປີ, ​ເຫດການ​ໃນ​ວັນ​ທີ 11/9 ​ໄດ້​ເຮັດ​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ຕ້ອງ​ສັ່ນ​ສະ​ເທືອ​ນ, ຊື່​ງ​ເຮັດ​ໃຫ້ 3000 ເສຍ​ຊີວິດ. ​ເລື່ອງ​ຕຶກ​ແຝດ​ຖືກ​ພັງ​ທະລາ​ຍ ​ແລະ ທຳນຽບ 5 ​ແຈຖືກ​ບຸກ​ໂຈມ​ຕີ​ໄດ້​ເຮັດ​ໃຫ້​ພາບ​ພົດ​ຂອງ​ປະ​ເທດ​ທີ່​ເຄີຍ​ຖືກ​ຖື​ວ່າ​ແມ່ນ​ປ້ອມໝັ້ນທີ່​ບໍ່​ອາດ​ບຸກ​ໂຈມ​ຕີ​ໄດ້​ໃນ​​ໂລກ​ຖືກ​ພັງ​ທະລາ​ຍລົງ ​ແລະ ປະຈຸ​ບັນ​ນີ້, ​ເຫດການ​ດັ່ງກ່າວ​ຍັງ​ຄົງ​ເປັນ​ສິ່ງ​ຫຼອກ​ຫຼອນ​ທີ່​ຝັງ​ເລິກ​ໃນ​ຄວາມ​ຊົງ​ຈຳ​ຂອງ​ຊາວ​ອາ​ເມ​ລິ​ການ​ທຸກ​ຄົນ. ​ໃນ​ລາຍການ​ກະຈາຍສຽງ​ເມື່ອ​ທ້າຍ​ອາທິດ​ຜ່ານ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ B.Obama ​ໄດ້​ຮຽກຮ້ອງ​ໃຫ້​ປະຊາຊົນ​ປະ​ເທດ​ນີ້ ຈົ່ງ​ອາ​ໄລ​ຫາ​ຜູ້​ທີ່​ໄດ້​ຮັບ​ໃຊ້ ​ແລະ ເສຍສະຫຼະຊີວິດ​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທ​ມດອາ​ເມ​ລິ​ກາ ພາຍຫຼັງ​ເຫດການ​ກໍ່​ການ​ຮ້າຍ​ທີ 11/9.

  ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນ​ຊຸມ​ວັນ​ນີ້, ການ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ນະຄອນ​ນິວຢອກ ​ແລະ ​ໃນ​ທົ່ວ​ປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ຮັບ​ການ​ເພີ່ມ​ທະວີ. ບັນດາ​ການ​ຢັ່ງ​ຫາງ​ສຽງ​ໃນ​ມໍ່ໆ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຊາວ​ອາ​ເມ​ລິ​ກາ ລ້ວນ​ແຕ່​ມີ​ຄວາມ​ອິດ​ເມື່ອຍ​ພາຍຫຼັງ​ກ່ວາ 1 ທົດ​ສະ​ວັດ​ດຳ​ເນີນ​ສົງຄາມ​ຢູ່​ອາບ​ກາ​ນີສະຖານ ​ແລະ ອີຣັກ. ຈາກ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຂອງ​ບັນດາ​ປະ​ເທດ​ພັນທະ​ມິດ​ໃນ​ການ​ຕ້ານ​ກໍ່​ການ​ຮ້າຍ, ປະ​ເທດ​ອາ​ເມ​ລິ​ກາ ນັບ​ມື້​ນັບ​​ໄດ້​ຮັບ​ການ​ຕຳ​ນິຕິ​ຕຽນ, ຄັດຄ້ານ​ຫຼາຍ​ກ່ວາ​ການ​ສະໜັບສະໜູນ.

ຂ່າວ/ບົດ​ອື່ນ