ພາບປະກອບ
(vovworld) – ເຫດການອັງກິດ ຖອນອອກຈາກສະຫະພາບເອີລົບ (ອີຢູ) (ຫຼືຍັງເອີ້ນວ່າ Brexit) ບໍ່ທັນສົ່ງຜົນສະທ້ອນເຖິງຕະຫຼາດການເງິນ ຫວຽດນາມ. ນີ້ແມ່ນຄຳຢັ້ງຢືນຂອງການນຳກະຊວງການເງິນຢູ່ການປະຊຸມຂ່າວເມື່ອວັນທີ 2/7 ຢູ່ ຮ່າໂນ້ຍ ກ່ຽວກັບສະພາບການປະຕິບັດໜ້າທີ່ການເງິນ - ງົບປະມານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີ.
ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງ ອັງກິດ ຖອນອອກຈາກ ອີຢູ ມີຜົນສະທ້ອນແນວໃດເຖິງສະພາບໜິ້ີ້ສາທາລະນະຂອງ ຫວຽດນາມ, ທ່ານ ຫວໍຫືວຫຽນ, ຮອງຫົວໜ້າກົມຄຸ້ມຄອງໜີ້ ແລະ ການເງິນຕ່າງປະເທດ, ກະຊວງການເງິນໃຫ້ຮູ້ວ່າ: ເຫດການນີ້ເຮັດໃຫ້ເງິນປອນຖືກຕົກລາຄາ 8%. ເຮັດໃຫ້ເງິນຢວນຫລຸດລາຄາ, ໃນຂະນະທີ່ເງິນ ເຢັນ ເພີ່ມລາຄາ. ໃນໂຄງປະກອບການໜີ້ສາທາລະນະຂອງ ຫວຽດນາມ, ໜີ້ລັດຖະບານດ້ວຍເງິນດົ່ງກວມ 55%, ເງິນເຢັນກວມ 13%, ເງິນ USD ກວມ 16%. ໃນສະພາບການນັ້ນ, ທະນາຄານແຫ່ງລັດ ໄດ້ດັດປັບອັດຕາໃຫ້ເໝາະສົມ.