ພາບປະກອບ
|
(vovworld) – ຕາມແຫຼ່ງຂ່າວຫຼ້າສຸດຈາກວົງການເຈົ້າໜ້າທີ່ ເນປານ ແລ້ວ, ຈຳນວນຜູ້ເສຍຊີວິດໃນໄພພິບັດແຜນດິນໄຫວເມື່ອທ້າຍອາທິດຜ່ານມາໄດ້ລື່ນກາຍ 4.400 ຄົນ ແລະ ອີກ 8.500 ກ່ວາຄົນຖືກບາດເຈັບ. ຕາມການຕີລາຄາຄັ້ງຫຼ້າສຸດຂອງຫ້ອງວ່າການປະສານງານ ສປຊ ແລ້ວ, ປະຈຸບັນ, ປະມານ 8 ລ້ານຄົນພວມດຳລົງຊີວິດຢູ່ບັນດາເຂດຖືກຜົນສະທ້ອນຢ່າງໜັກໜ່ວງ. ໃນຂະນະນັ້ນ, ເຄື່ອງບັນເທົາທຸກ ແລະ ບັນດາກອງກູ້ໄພກູ້ຊີບທີ່ມາຈາກຫຼາຍປະເທດໃນໂລກສືບຕໍ່ໄປຍັງ ເນປານ. ສປຊ ໄດ້ປອຍບ້ວງເງິນ 15 ລ້ານ USD ຜ່ານກອງທຶນຮັບມືດ່ວນ ສປຊ ເພື່ອແນໃສ່ອະນຸຍາດໃຫ້ບັນດາອົງການມະນຸດສະທຳສາກົນເພີ່ມທະວີບັນດາບັ້ນເຄື່ອນໄຫວໜູນຊ່ວຍປະຊາຊົນ ເນປານ. ອາເມລິກາ, ອັງກິດ, ຍີ່ປຸ່ນ, ອິນເດຍ ແລະ ຫຼາຍປະເທດອື່ນລ້ວນແຕ່ມີແຜນການໜູນຊ່ວຍດ້ານການເງິນ, ຊັບພະຍາກອນມະນຸດ, ພາຫະນະອຸປະກອນເພື່ອໜູນຊ່ວຍ ເນປານ.
ກ່ຽວນ້ອງເຖິງເຫດການນີ້ມີຂ່າວວ່າ, ວັນທີ 27/4, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ໃຫ້ຮູ້ວ່າ: ໄດ້ຕິດຕໍ່ພົວພັນກັບສູນຊ່ວຍເຫຼືອດ່ວນ AIG Travel Guard ແລະ ໄດ້ຮັບຈາກແຫຼ່ງຂໍ້ມູນຂ່າວອື່ນໆ, ສະຖານທູດ ໄດ້ຮັບຮູ້ວ່າ ຊາວ ຫວຽດນາມ ບາງກຸ່ມຍັງປອດໄພພາຍຫຼັງເກີດເຫດແຜນດິນໄຫວມີແຮງສັ່ນສະເທືອນ 7,9 ຣິດແຕ ເມື່ອວັນທີ 25/4.