ເອກອັກຄະລັດຖະທູດຄົນໃໝ່ຂອງ ລັດເຊຍ ປະຈຳ ຕວກກີ ມີຄວາມປະເອີບໃຈກ່ຽວກັບການພົວພັນ 2 ຝ່າຍ

(VOVWORLD) - ວັນທີ 10 ສິງຫາ, ທ່ານ Alexei Yerkhov ເອກອັກຄະລັດຖະທູດຄົນໃໝ່ຂອງ ລັດເຊຍ ປະຈຳ ຕວກກີ ໄດ້ໃຫ້ສັງເກດກ່ຽວກັບການພົວພັນລະຫວ່າງ ມົດສະກູ ແລະ ອານກາຣາ ພວມພັດທະນາເຕັມໄປດ້ວຍຄວາມໝັ້ນໝາຍ, ພ້ອມທັງ ຢືນຢັນວ່າ: 
ເອກອັກຄະລັດຖະທູດຄົນໃໝ່ຂອງ ລັດເຊຍ ປະຈຳ ຕວກກີ ມີຄວາມປະເອີບໃຈກ່ຽວກັບການພົວພັນ 2 ຝ່າຍ - ảnh 1ທ່ານ Alexei Yerkhov ເອກອັກຄະລັດຖະທູດຄົນໃໝ່ຂອງ ລັດເຊຍ ປະຈຳ ຕວກກີ (ພາບ: tribune )

ທ່ານຈະມານະພະຍາຍາມ ເພື່ອນຳການພົວພັນນີ້ ຂຶ້ນສູ່ລະດັບສູງໃໝ່. ທ່ານເອກອັກຄະລັດຖະທູດ Alexei Yerkhov ໄດ້ຮັບການບົ່ງຕົວແທນທ່ານ Andrey Karlov, ຜູ້ຖືກລອບສັງຫານໃນງານວາງສະແດງສິລະປະຢູ່ນະຄອນຫລວງ ອານກາຣາ ຂອງ ຕວກກີ ເມື່ອກາງເດືອນ ທັນວາ 2016. ທ່ານເອກອັກຄະລັດຖະທູດ Alexei Yerkhov ໃຫ້ຮູ້ວ່າ: ພາຍຫລັງບັນດາການເຈລະຈາລະຫວ່າງທ່ານປະທານາທິບໍດີ ລັດເຊຍ Vladimir Putin ກັບຄູ່ຕຳແໜ່ງ ຕວກກີ Tayyip Erdogan, 2 ຝ່າຍ ບັນລຸໄດ້ສັນຍານຕັ້ງໜ້າຫລາຍຢ່າງ ໃນໄລຍະມໍ່ໆມານີ້. ທ່ານກໍ່ຊົມເຊີຍການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງ ລັດເຊຍ ແລະ ຕວກກີ ໃນບັນຫາ ຊີຣີ ໂດຍຜ່ານວິວັດທະນາການ Astana.

ຕອບກັບ

ຂ່າວ/ບົດ​ອື່ນ