ເອກອັກຄະລັດຖະທູດຫວຽດນາມປະຈຳລັດເຊຍເຮັກວຽກກັບຄະນະການນຳສູນການຄ້າມົດສະກູ

ເອກອັກຄະລັດຖະທູດຫວຽດນາມປະຈຳລັດເຊຍເຮັກວຽກກັບຄະນະການນຳສູນການຄ້າມົດສະກູ - ảnh 1
(ທ່ານ ຫງວຽນ​ແທງ​ເຊີນ​ ເຮັດ​ວຽກ​ກັບ​ຜູ້ອຳນວຍການ​
ໃຫຍ່​ສູນ​ການ​ຄ້າ ມົດ​ສະ​ກູ ທ່ານ Omar Murtuzaliev)

(vovworld) – ​ ວັນ​ທີ 25/02, ທ່ານ ຫງວຽນ​ແທງ​ເຊີນ​ ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ຫວຽດນາມ ປະຈຳ ສະຫະພັນ ​ເລັດ​ເຊຍ ລົງ​ຢ້ຽມຢາມ​ສູນ​ການ​ຄ້າ ມົດ​ສະ​ກູ ​ແລະ ​ເຮັດ​ວຽກ​ກັບ​ຄະນະ​ການ​ນຳ​ສູນ​ການ​ຄ້າດັ່ງກ່າວ. ທີ່​ການ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່​ສູນ​ການ​ຄ້າ ມົດ​ສະ​ກູ ທ່ານ Omar Murtuzaliev, ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​ໄດ້​ຮັບ​ຟັງ​ບັນດາ​ຂໍ້​ມູນ​ລະອຽດ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສູນ​ການ​ຄ້າ. ທ່ານ Omar Murtuzaliev ກໍ່​ແລກປ່ຽນ​ກັບ​ທ່ານ ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ກ່ຽວ​ກັບ​ບັນດາ​ທ່າ​ແຮງ​ຂອງຊາວ ຫວຽດນາມ ຢູ່ສະຫະພັນ ລັດ​ເຊຍ ​ເວົ້າ​ລວ​ມ ​ແລະ ມົດ​ສະ​ກູ ​ເວົ້າ​ສະ​ເພາະ​ ໃນການ​ຜະລິດ​ບັນດາ​ປະ​ເພດ​ສິນຄ້າ​ອຸດສາຫະກຳ​ເບົາ ​ແລະ ປາດ​ຖະໜາ​ຢາກ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກລັດຖະບານ ​ແລະ ສະຖານທູດຂອງ 2 ປະ​ເທດ ເພື່ອ​​ເປີດ​ອອກ​ບັນດາ​ເຂດ​ຮ່ວມ​ມື​ໃນ​ອະນາ​ຄົດ​ເປັນ​ຢ່າງ​ດີ: ທ່ານ ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ ​ໃຫ້​ຮູ້​ວ່າ:

        “ ພວກ​ຂ້າພະ​ເຈົ້າ​ເຄີຍຕັກ​ຊາວ ຫວຽດນາມ ອາ​ໄສ​ຢູ່ ລັດ​ເຊຍ ​ວ່າ: ຄວນ​ເຮັດ​ວຽກ​ບົນ​ນ້ຳ​ໃຈ​ມິດຕະພາບ, ​ເຮັດ​ວຽກດ້ວຍ​ຄວາມ​ຈິງ. ​ທຳ​ອິດ​, ຕ້ອງ​ຄິດ​ເຖິງ​ເລື່ອງ​ປະກອບສ່ວນ​ພັດທະນາ​ປະ​ເທດ ລັດ​ເຊຍ. ​ເທື່ອ​ນີ້​ແມ່ນ​ເທື່ອ​ທີ 2 ທີ່ຂ້າພະ​ເຈົ້າ​ໄດ້​ລົງ​ຢ້ຽມຢາມສູນ​ການ​ຄ້າ ​ແລະ ​​ເຫັນ​ວ່າ: ທຸກ​ເງື່ອນ​ໄຂ​ຢູ່​ແຫ່ງ​ນີ້ ​ແມ່ນ​ໂຫຍ່​ໂຕ​ສວຍ​ງາມ, ສະ​ອາດ ​ແລະ ທັນ​ສະ​ໄໝ​ທີ່​ສຸດ. ຂ້າພ​ະເຈົ້າ ​ເຊື່ອ​ໝັ້ນ​ວ່າ: ສູນ​ການ​ຄ້າ​ຍັງຈະ​ພັດທະນາ, ປະກອບສ່ວນ​ໃຫ້​ພາລະກິດ​ພັດທະນາ​ສາຍ​ພົວພັນ​ດ້ານ​ການ​ຄ້າ - ການ​ລົງທຶນ​ລະຫວ່າງ 2 ປະ​ເທດ”.

ຂ່າວ/ບົດ​ອື່ນ