ສຳນັກງານຄະນະເລຂາອາຊຽນ
(ພາບ: UCA News)
|
(vovworld) – ວັນທີ 28/5, ຢູ່ສຳນັກງານຄະນະເລຂາ ອາຊຽນ, ທີ່ນະຄອນຫຼວງ ຈາກາກຕາ, ປະເທດ ອິນໂດເນເຊຍ, ທ່ານ ຫງວຽນແຮ່ງນຳ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ, ໄດ້ຍື່ນສານຕາຕັ້ງຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຟ້າມບີ່ງມີງ ຕໍ່ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ.
ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານຕາຕັ້ງ, ທ່ານເລຂາທິການໃຫຍ່ ອາຊຽນ ເລເລືອງມີງ ເນັ້ນໜັກວ່າ: ອາຊຽນ ພວມໃນໄລຍະສຳຄັນຂອງການສ້າງຕັ້ງປະຊາຄົມ ເມື່ອວັນທີ 31/12/2015, ດ້ວຍໝາກຜົນສຳຄັນຫຼາຍຢ່າງທີ່ບັນລຸໄດ້ໃນການປະຕິບັດວິວັດການກໍ່ສ້າງ ປະຊາຄົມ ອາຊຽນ, ພ້ອມທັງຕັ້ງໜ້າສ້າງວິໄສທັດ ອາຊຽນ ຫຼັງປີ 2015. ທ່ານເລຂາທິການໃຫຍ່ ຕີລາຄາສູງບົດບາດ ແລະ ການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຄະນະກຳມະການບັນດາຜູ້ຕາງໜ້າປະຈຳ ອາຊຽນ (CPR) ແລະ ຄະນະເລຂາ ອາຊຽນ, ຜ່ານນັ້ນສະແດງຄວາມຫວັງຢາກຮ່ວມມືຢ່າງແໜ້ນແຟ້ນກັບເອກອັກຄະລັດຖະທູດ ແລະ ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ອາຊຽນ ໃນວິວັດທະນາການໄລຍະຈະມາເຖິງ.
ທ່ານເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫງວຽນແຮ່ງນຳ ຢັ້ງຢືນວ່າ: ຫວຽດນາມ ຖື ອາຊຽນ ເປັນສຳຄັນໃນແນວທາງເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນຂອງຕົນ, ເນັ້ນໜັກຈຸດເວລາກໍ່ສ້າງປະຊາຄົມມີຄວາມໝາຍສຳຄັນສຳລັບ ອາຊຽນ ແລະ ທັງພາກພື້ນ, ສຳລັບ ຫວຽດນາມ, ປີ 2015 ກໍ່ແມ່ນໂອກາດສະເຫຼີມສະຫຼອງ 20 ປີເຂົ້າເປັນສະມາຊິກສະຫະສະມາຄົມ. ດ້ວຍຄວາມໝາຍນັ້ນ, ຫວຽດນາມ ຈະສືບຕໍ່ຕັ້ງໜ້າພ້ອມກັບບັນດາປະເທດສະມາຊິກນຳ ອາຊຽນ ຫັນໄປສູ່ບາດກ້າວພັດທະນາໃໝ່, ກໍ່ສ້າງປະຊາຄົມສຳເລັດຜົນ ແລະ ເສີມຂະຫຍາຍບົດບາດ, ທີ່ຕັ້ງຂອງ ອາຊຽນ ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືຢູ່ພາກພື້ນ.