ເອກອັກຄະລັດຖະທູດຫວຽດນາມຟ້າມກວາງວິງເຂົ້າຮ່ວມກອງປະຊຸມOTC2015

ເອກອັກຄະລັດຖະທູດຫວຽດນາມຟ້າມກວາງວິງເຂົ້າຮ່ວມກອງປະຊຸມOTC2015 - ảnh 1
OTC-2015
(ພາບ: offshoreenergytoday.com)

(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ Houston, ລັດ Texas, ອາ​ເມ​ລິ​ກາ, ທ່ານເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ຟ້າ​ມກວາງ​ວິ​ງ​ ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເຕັກ​ໂນ​ໂລ​ຢີນຳ້ມັນ​ອາຍ​ແກ​ສນອກ​ຝັ່ງ​ທະ​ເລ (OTC) 2015, ​ເຂົ້າ​ຮ່ວມ​ພິທີ​ຕ້ອນຮັບ​ແຂກ​ຂອງ​ກົງສູນ​ໃຫຍ່​ຫວຽດນາມ​ ຢູ່ Houston, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ອາ​ເມ​ລິ​ກາ, ພົບ​ປະ​ກັບ​ບັນດາ​ນັກທຸລະກິດ​ອາ​ເມ​ລິ​ກາ ​ຢູ່ Houston ​ແລະ ​ເຂົ້າຮ່ວມ​ບາງ​ເຫດການ​ທີ່​ກ່ຽວຂ້ອງ​ນັບ​ແຕ່​ວັນ​ທີ 4-5/5.

        ກ່ຽວ​ກັບ OTC-2015, ນີ້​ແມ່ນ​ງານ​ວາງສະ​ແດງ​ໃຫຍ່​ກວ່າ​ໝູ່​ຢູ່​ໂລກ​ໃນ​ປີ​ນີ້​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກ​ສ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບໍລິສັດ, ກຸ່ມ​ບໍລິສັດ​ນຳ້ມັນ​ອາຍ​ແກ​ສອັນ​ດັບ​ໜຶ່ງ​ຂອງ​ໂລກ​ນັບ​ພັນ​ແຫ່ງ. ຄະນະ​ຈັດ​ຕັ້ງ OTC-2015 ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ເລືອກ​ເຟັ້ນ ​ແລະ ​ເຊີນ​ຫຽດນາມ ​ເຂົ້າ​ຮ່ວມ, ກ່າວ​ຄວາມ​ເຫັນ​ທີ່​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ກອງ​ປະຊຸມ. ທ່ານເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ອາ​ເມ​ລິ​ກາ ​ຟ້າ​ມກວາງ​ວິ​ງ​ ຢືນຢັນ​ເຖິງ​ການ​ສະໜັບສະໜູນ​ຂອງ​ລັດຖະບານ ​ແລະ ບັນດາ​ນະ​ໂຍບາຍ​ພິ​ເສດ​ສຳລັບ​ນັກ​ລົງທຶນ​ຕ່າງປະ​ເທດ​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກ​ສຢູ່​ຫວຽດນາມ. ດ້ວຍ​ນະ​ໂຍບາຍ​ພິ​ເສດ​ດັ່ງກ່າວ, ທ່ານເອກ​ອັກຄະ​ລັດຖະທູດ​ ຟ້າ​ມກວາງ​ວິ​ງ​ ປາຖະໜາ​ວ່າ, ບັນດາ​ນັກ​ລົງທຶນ, ບໍລິສັດ, ກຸ່ມ​ບໍລິສັດ​ຕ່າງປະ​ເທດ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ລົງທຶນ, ຮ່ວມ​ມື, ທຳ​ມາ​ຫາ​ກິນ​ຢູ່​ຫວຽດນາມ ​​ໃນ​ຂົງ​ເຂດ​ນຳ້ມັນ​ອາຍ​ແກ​ສກວ່າ​ອີກ, ບົນ​ພື້ນຖານ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ ​ແລະ ສົນ​ທິສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະ​ຫະ​ປະຊາ​ຊາດ​ປີ 1982.

ຂ່າວ/ບົດ​ອື່ນ