ເອກອັກຄະລັດຖະທູດຫວຽດນາມຢູ່ຈີນຕ້ອນຮັບເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈວາງ
ທ່ານ ດັ້ງມີງຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນຕ້ອນຮັບຄະນະຜູ້ແທນແຂວງ ກວາງຊີ
|
(vovworld)-ຕອນບ່າຍວັນທີ11/3, ທ່ານ ດັ້ງມີງຄອຍ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຈີນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນແຂວງ ກວາງຊີ ໂດຍທ່ານ ເຜິງຈີງຂວາ, ເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈວາງ ນຳຫນ້າ. ນະທີ່ນີ້, ທ່ານ ດັ້ງມີງຄອຍ ໄດ້ຢືນຢັນວ່າ: ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຖືເປັນສຳຄັນການພົວພັນກັບຈີນ, ໃນນັ້ນ ມີການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ ກັບແຂວງ ກວາງຊີ. ທ່ານເອກອັກຄະລັດຖະທູດ ສະເຫນີບາງຂົງເຂດທີ່ສອງຝ່າຍຄວນສຸມໃສ່ຊຸກຍູ້ໃນໄລຍະຈະມາເຖິງຄື: ເພີ່ມທະວີການແລກປ່ຽນຄະນະຜູ້ແທນລະຫວ່າງການນຳບັນດາທ້ອງຖິ່ນຫວຽດນາມ ແລະ ການນຳແຂວງ ກວາງຊີ, ຍູ້ແຮງການຮ່ວມມືເສດຖະກິດ ການຄ້າ ແລະ ການລົງທຶນ, ຊຸກຍູ້ການພົບປະແລກປ່ຽນປະຊາຊົນ. ສ່ວນທ່ານເລຂາຄະນະພັກເຂດປົກຄອງຕົນເອງເຜົ່າຈວາງ ໄດ້ເຫັນດີຕໍ່ບັນດາຂໍ້ສະເຫນີຂອງທ່ານເອກອັກຄະລັດຖະທູດ ກ່ຽວກັບການຊຸກຍູ້ການພົວພັນລະຫວ່າງສອງຝ່າຍ, ພ້ອມທັງແລກປ່ຽນກ່ຽວກັບບັນດາການຮ່ວມມືລະອຽດໃນໄລຍະຈະມາເຖິງ.