ທ່ານ Ted Osius, ເອກອັກຄະລັດຖະທູດຄົນໃຫມ່ຂອງ
ອາເມລິກາປະຈຳຫວຽດນາມ
ພາບ:danviet.vn
|
(vovworld)-
ວັນທີ 2/12, ກ່າວຄຳເຫັນກ່ອນທີ່ເລີ່ມຕົ້ນອາຍຸການໃຫມ່, ທ່ານ Ted Osius, ເອກອັກຄະລັດຖະທູດ ຄົນໃຫມ່ຂອງ ອາເມລິກາ ໄດ້ສົ່ງຄຳສະບາຍດີດ້ວຍພາສາຫວຽດ ແລະ ປາດຖະຫນາຢາກຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພວມນັບມື້ນັບພັດທະນາ. ທ່ານ Ted Osius ຖືວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ພວມມີບັນດາບາດກ້າວພັດທະນາຢ່າງແຮງ. ທ່ານ ເຊື່ອໝັ້ນວ່າ ການພົວພັນນີ້ ຈະສືບຕໍ່ໄດ້ຮັບການປັບປຸງ, ເປັນຕົ້ນເມື່ອສອງປະເທດ ໄດ້ລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ພວມມຸ່ງໄປສູ່ການສະເຫລີມສະຫລອງ 20 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງສອງປະເທດໃນປີຫນ້າ.
“ທ່ານປະທານາທິບໍດີ B. Obama ແຕ່ງຕັ້ງຂ້າພະເຈົ້າເປັນເອກອັກຄະລັດຖະທູດຄົນໃຫມ່ ປະຈຳຫວຽດນາມ ໄດ້ເຮັດໃຫ້ຄວາມໄຝ່ຝັນຂອງຂ້າພະເຈົ້າກາຍເປັນຄວາມຈິງ. ຂ້າພະເຈົ້າປາດຖະຫນາ ຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ດ້ວຍການເພີ່ມທະວີບັນດາລາຍການແລກປ່ຽນນັກສຶກສາ, ຍູ້ແຮງການຮ່ວມມືໃນຂົງເຂດສາທາລະນະສຸກ ແລະ ອະນຸລັກຮັກສາສິ່ງແວດລ້ອມ.”