(vovworld) - ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດຍີ່ປຸ່ນ Yasuaki Tanizaki ເຂົ້າຢ້ຽມອຳລາ, ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ຫວຽດນາມ. ຕອນບ່າຍວັນທີ 23 ກັນຍາ, ທ່ານຫົວໜ້າຄະນະຈັດຕັ້ງສູນກາງພັກ ໂຕຮຸຍເຣື໋ອ ໄດ້ຕີລາຄາສູງບັນດານ້ຳໃຈທີ່ສະໜິດຕິດພັນ ເຊິ່ງທ່ານເອກອັກຄະລັດຖະທູດສະຫງວນໃຫ້ແກ່ຫວຽດນາມ. ທ່ານ ໂຕຮຸຍເຣື໋ອ ເຊື່ອໝັ້ນວ່າ ພາຍຫຼັງກັບເມືອປະເທດ, ເຖິງວ່າຈະຮັບດຳລົງຕຳແໜ່ງໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດຍີ່ປຸ່ນ Yasuaki Tanizaki ກໍ່ຈະສືບຕໍ່ສະຫງວນອາລົມຈິດອັນດີງາມໃຫ້ແກ່ຫວຽດນາມ ແລະ ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ຍີ່ປຸ່ນ ຢ່າງຕັ້ງໜ້າ. ທ່ານເອກອັກຄະລັດຖະທູດ Yasuaki Tanizaki ສະແດງຄວາມປິຕິຊົມຊື່ນທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາການພົວພັນ 2 ປະເທດໃນໄລຍະຜ່ານມາ ແລະ ຖືວ່າ ປະຊາຊົນ 2 ປະເທດມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ການພົວພັນລະຫວ່າງ 2 ປະເທດພວມຢູ່ໃນໄລຍະດີທີ່ສຸດ, ຄວນສືບຕໍ່ໄດ້ຮັບການປັບປຸງ ແລະ ຮັກສາທ່າພັດທະນານີ້.