(ພາບປະກອບ)
(vovworld) - ສະຫະພາບເອີລົບ (ອີຢູ) ພວມວິຕົກກັງວົນຕໍ່ເລື່ອງ ກຸ່ມຄົນ ກໍ່ຄືອົງການຈັດຕັ້ງຕ່າງໆ ຊອກຫາວິທີຟື້ນຟູເສັ້ນທາງບົນທະເລຄືນໃໝ່ ເພື່ອນຳຄົນອົບພະຍົບຈາກ ເອີລົບເຂົ້າ ອີຢີບ, ໃນສະພາວະທີ່ຄວາມສະຫົງບປອດໄພຢູ່ ລີບີ ນັບມື້ນັບຊົ່ວຮ້າຍລົງ, ພວກການຄ້າມະນຸດຫຼາຍກຸ່ມ ໄດ້ເລືອກເຟັ້ນ ອີຢີບເປັນແຫ່ງຈັດຕັ້ງການເຄື່ອນໄຫວນຳຊາວຫຼົບໄພ ແລະ ຊາວອົບພະຍົບຈາກທະວີບ ອາຟະລິກາ, ຕາເວັນອອກກາງເຂົ້າ ເອີລົບ ຜ່ານທາງທະເລ. ອີຢູໄດ້ປຶກສາຫາລືກັບ ເຕິກກີ ເພື່ອສະກັດກັ້ນຄົນອົບພະຍົບເຂົ້າປະເທດນີ້, ພ້ອມທັງຮຽກຮ້ອງບັນດາເຈົ້າໜ້າທີ່ ອີຢີບ ມີການກະທຳຊ່ວຍແກ້ໄຂການທ້າທາຍນີ້.