ເອົາໃຈໃສ່ເປັນພິເສດເຖິງວຽກງານຂະຫຍາຍສະມາຊິກພັກແມ່ນຊາວຊົນເຜົ່າສ່ວນໜ້ອຍ
(ທ່ານ ໂຕຮູຍເຮື້ອ, ກຳມະການກົມການເມືອງ, ເລຂາສູນກາງພັກ,
ຫົວໜ້າຄະນະຈັດຕັ້ງສູນກາງ ເຮັດວຽກກັບຄະນະພັກແຂວງ ຕວຽນກວາງ)
(vovworld) - ວັນທີ 3/7, ທ່ານ ໂຕຮູຍເຮື້ອ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ໄດ້ນຳໜ້າຄະນະປະຕິບັດງານຂອງຄະນະຈັດຕັ້ງສູນກາງ ເຮັດວຽກກັບຄະນະພັກແຂວງ ຕວຽນກວາງ ກ່ຽວກັບຜົນຂອງການປະຕິບັດໜ້າທີ່ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງພັກ, ລະບົບການເມືອງ ແລະ ວຽກງານຈັດຕັ້ງພະນັກງານ.
ກ່າວຄວາມເຫັນທີ່ການເຮັດວຽກ, ທ່ານ ໂຕຮູຍເຮື້ອ ຕີລາຄາສູງບັນດາຜົນງານເຊິ່ງແຂວງຕວຽນກວາງ ບັນລຸໄດ້ໃນການພັດທະນາເສດຖະກິດ - ສັງຄົມ ແລະ ບັນດາມາດຕະການທີ່ແຂວງໄດ້ປະຕິບັດເພື່ອສຳເລັດບັນດາຈົດໝາຍ ເຊິ່ງກອງປະຊຸມໃຫຍ່ຄະນະພັກແຂວງຄັ້ງທີ 15 ໄດ້ວາງອອກ. ທ່ານເນັ້ນໜັກວ່າ, ແຂວງຕວຽນກວາງ ຄວນມີກົນໄກນະໂຍບາຍເພື່ອປະຕິບັດບັນດາຈຸດໝາຍ, ຂົງເຂດບຸກທະລຸ ເຊິ່ງກອງປະຊຸມໃຫຍ່ຄະນະພັກແຂວງຄັ້ງທີ 15 ໄດ້ວາງອອກເປັນຢ່າງດີ; ເອົາໃຈໃສ່ເຖິງວຽກງານກໍ່ສ້າງພັກ, ໃນນັ້ນມີວຽກງານຂະຫຍາຍສະມາຊິກພັກເຊິ່ງແມ່ນຊາວຊົນເຜົ່າສ່ວນໜ້ອຍ.