ເອົາໃຈໃສ່, ເບິ່ງແຍງ ພາລະກິດການສຶກສາ ແລະ ບຳລຸງສ້າງ ຫຼາຍກວ່າອີກ

ເອົາໃຈໃສ່, ເບິ່ງແຍງ ພາລະກິດການສຶກສາ ແລະ ບຳລຸງສ້າງ ຫຼາຍກວ່າອີກ - ảnh 1
ພິທີ​ຍ້ອງຍໍ​ຊົມ​ເຊີຍນັກຮຽນຍາດ​ໄດ້​ລາງວັນ Olympic ສາກົນ
(ພາບ: TTXVN)


(vovworld) – ຕອນ​ຄໍ່າ​ວັນ​ທີ 03/11, ຢູ່​ຮ່າ​ໂນ້ຍ, ​​ໄດ້ດຳ​ເນີ​ນພິທີ​ຍ້ອງຍໍ​ຊົມ​ເຊີຍນັກຮຽນຍາດ​ໄດ້​ລາງວັນ Olympic ສາກົນ ​ແລະ ນັກຮຽນ​ເສັງ​ໄດ້​ຄະ​ແນນ​ສູງ​ໃນ​ການ​ເສັງ​ເຂົ້າ​ມະຫາວິທະຍາ​ໄລປີ 2014. ກ່າວ​ຄຳ​ເຫັນ​ຢູ່​ທີ​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສະ​ເໜີວ່າ ທົ່ວ​ສັງຄົມ​ຕ້ອງ​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ພາລະກິດ​ການສຶກສາ ​ແລະ ບຳລຸງ​ສ້າງ​ຫຼາຍ​ກວ່າ​ອີກ, ​ເສີມ​ຂະຫຍາຍ ​ແລະ ສ້າງ​ເງື່ອນ​ໄຂ​ດີທີ່​ສຸດ​ໃຫ້​ການ​ສູ້​ຊົນ​ຂອງ​ນັກຮຽນ. ທ່ານ ຫງວຽນ​ທ້ຽນ​ເຍີ​ນ ​ເນັ້ນ​ໜັກ​ວ່າ.

     “ບັນດາ​ຜົນງານ​ດັ່ງກ່າວ​ຍັງ​ບໍ່​ທັນ​ແມ່ນ​ໝາກ​ຜົນ​ສຸດ​ທ້າຍ, ບັນດາ​ພວກ​ນ້ອງ​ຕ້ອງ​ສືບ​ຕໍ່ສູ້​ຊົນ, ກາຍ​ເປັນ​ບັນດາ​ນັກ​ສຶກສາ​ທີ່​ດີ​ເດັ່ນ ຕາມ​ຄວາມ​ສາມາດ​ຂອງ​ຕົນ, ທັງຄົ້ນຫາ​ໂລກ​ໃໝ່, ປະກອບ​ທັກ​ສະ​ໄໝ່, ຍາດ​ແຍ່ງ​ເວລາ​​ເພື່ອ​ກະກຽມ​ໃຫ້​ແກ່​ຕົນ​ເອງ, ຝຶກ​ຝົນຫຼໍ່​ຫຼອມ​ເພື່ອ​ເດີນ​ຕາມ​ພາລະ​ກິດ​ເຊິ່ງຕົນ​ຊົມ​ຊອບ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຂອງ​ປະ​ເທດຊາດ​ໃນ​ໄລຍະ​ພັດທະນາ ​ແລະ ​ເຊື່ອມ​ໂຍງ​ທົ່ວ​ໂລກ. ​ໃນ​ອະນາຄົດ​ອັນ​ໃກ້ໆ​ນີ້, ພວກ​ນ້ອງ​ຈະ​ແມ່ນ​ບັນດາ​ນັກວິທະຍາສາດ, ຄູສອນ, ນັກ​ຊ່ຽວຊານ​ດ້ານ​ເຕັກນິກ, ບັນດາ​ນັກ​ຊ່ຽວຊານ​ເສດຖະກິດ, ບັນດາ​ການ​ນຳ​ໜູ່​ມທີ່​ສາມາດ​ອຸທິດ​ສ່ວນ​ຢ່າງ​ແທດ​ຈິງ​ໃຫ້​ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ໃນ​ຮອບ​ເວລາ 30 50 ປີ​ຈະ​ມາ​ເຖິງ.”

        ທີ່​ພິທີ, ມີ​ນັກຮຽນ 50 ຄົນ​ໄດ້​ຮັບ​ການ​ຍ້ອງຍໍຊົມ​ເຊີຍ, ​ໃນ​ນັ້ນ​ມີ​ນັກຮຽນ 11 ຄົນ​ຍາດ​ໄດ້​ຫຼຽນ​ຄຳ Olympic ສາກົນ.

ຂ່າວ/ບົດ​ອື່ນ