(vovworld) – ວັນທິ 02/10, ບັນດາເຮືອບິນ Sukhoi 34 ຂອງລັດເຊຍ ໄດ້ຖິ້ມລະເບີດໃສ່ຄ້າຍຝຶກຊ້ອມຂອງກຸ່ມລັດອິດສລາມ IS ຂະໜາມນາມເອງ ແລະ ຮາກຖານບັນຊາການຢູ່ແຂວງ Raqa ຂອງຊີຣີ, ໃນແຈ້ງການປະກາດໝາກຜົນບັນດາການບຸກໂຈມຕີທາງອາກາດ ໃນວັນທີ 02/10, ໂຄສົກກະຊວງປ້ອງກັນປະເທດລັດເຊຍ Igor Konashen kov ໃຫ້ຮູ້ວ່າ, ບັນດາເຮືອບິນໄດ້ຖິ້ມລະເບີດລົງໃສ່ຮາກຖານບັນຊາທຸກແຫ່ງຂອງ IS ຢູ່ບ້ານ Kasrat Faraj, ທາງທິດຕາເວັນອອກສ່ຽງໃຕ້ແຂວງ Raqa ແລະ ຖານທີ່ໝັ້ນຝືກຊ້ອມຢູ່ມໍ່ກັບບ້ານ Maadan Jadid, ເຊິ່ງເຄີຍນຳໃຊ້ເພື່ອກະກຽມໃຫ້ບັນດາການເຄື່ອນໄຫວກໍ່ການຮ້າຍ, ທີ່ຫ່າງຈາກນະຄອນ Raqa ໄປທາງທິດຕາເວັນອອກ 70 ກ.ມ. ກະຊວງປ້ອງກັນປະເທດລັດເຊຍ ໃຫ້ຮູ້ວ່າ, ແຕ່ວັນທີ 01/10, ລັດເຊຍ ໄດ້ບຸກໂຈມຕີທາງອາກາດໃສ່ເປົ້າໝາຍ 12 ແຫ່ງຂອງ IS ຢູ່ຊີຣີ.
ແລະກໍໃນວັນດຽວກັນ, ອົງການຕິດຕາມສິດທິມະນຸດຊີຣີ (SOHR) ແຈ້ງໃຫ້ຊາບວ່າ, ຢ່າງໜ້ອຍສຸດມີພວກ IS 12 ຄົນຖືກເສຍຊີວິດ ໃນການບຸກໂຈມຕີຄັ້ງທຳອິດຂອງລັດເຊຍ ແນໃສ່ກຸ່ມກໍ່ກາຍຮ້າຍນີ້ຢູ່ຊີຣີ.