ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງໃຫ້ສຳເລັດຢ່າງເດັດຂາດ
ຫົວໜ້າອົງການກວດກາລັດຖະບານ ຮີ່ນຟອງແຈງ
(ພາບ: VGP)
(vovworld) - ແກ້ໄຂການຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງໃຫ້ສຳເລັດຢ່າງເດັດຂາດ, ນັ້ນແມ່ນຄຳຢືນຢັນຂອງຫົວໜ້າອົງການກວດກາລັດຖະບານ ຮີ່ນຟອງແຈງ ໃນລາຍການ “ປະຊາຊົນຖາມ - ລັດຖະມົນຕີຕອບ”, ເມື່ອວັນທີ 06/04. ຕາມທ່ານ ຮີ່ນຟອງແຈງ ແລ້ວ, ປີ 2013, ຈຳນວນໃບຮ້ອງຟ້ອງ, ຮ້ອງທຸກຂອງພົນລະເມືອງ ແລະ ຈຳນວນກໍລະນີຮ້ອງຟ້ອງ, ຮ້ອງທຸກມີຫຼາຍຄົນເຂົ້າຮ່ວມໄດ້ຫຼຸດລົງ 30%, ແຕ່ສະພາບຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນຍັງຮ້ອນເຮັ່ງ, ແກ່ຍາວ, ມີລັກສະນະສັບສົນ. ເພື່ອແນໃສ່ແກ້ໄຂສະພາບການຄືດັ່ງກ່າວ, ອົງການກວດກາລັດຖະບານໄດ້ສະເໜີພິຈາລະນາ, ປັບປຸງກົນໄກ, ນະໂຍບາຍກ່ຽວກັບການແກ້ໄຂການຮ້ອງຟ້ອງ, ຮ້ອງທຸກ. ພິເສດ, ເມື່ອກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງມີຜົນບັງຄັບໃຊ້, ເລື່ອງແນະນຳປະຕິບັດກົດໝາຍແມ່ນບັນຫາສຳຄັນທີ່ສຸດ, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຕົວຈິງ ແລະ ປະກອບສ່ວນຫຼຸດຜ່ອນການຮ້ອງຟ້ອງ, ຮ້ອງທຸກຂອງປະຊາຊົນ. ອົງການກວດກາລັດຖະບານສະເໜີໃຫ້ທຸກຂັ້ນ, ທຸກຂະແໜງການເພີ່ມທະວີການສຶກສາກົດໝາຍໃຫ້ພົນລະເມືອງ, ໂຄສະນາເພື່ອໃຫ້ປະຊາຊົນເຂົ້າໃຈກົດໝາຍຢ່າງຖືກຕ້ອງ, ເພື່ອແນໃສ່ຈຳກັດສະພາບຮ້ອງຟ້ອງ, ຮ້ອງທຸກຢ່າງຜິດພາດ ແລະ ຈຳກັດການຮ້ອງຟ້ອງ, ຮ້ອງທຸກໂດຍມີຫຼາຍຄົນເຂົ້າຮ່ວມ.