ແກ້ໄຂສະພາບການທະເລຕາເວັນອອກດ້ວຍມາດຕະການສັນຕິພາບ

ແກ້ໄຂສະພາບການທະເລຕາເວັນອອກດ້ວຍມາດຕະການສັນຕິພາບ - ảnh 1
ທ່ານ​ຮອງ​ນາຍົກ​ລົດ​ຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ
(ພາບ: ອິນເຕີແນດ)

(vovworld) –​ ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 7 , ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ  13, ຕອນ​ບ່າຍ​ວັນ​ທີ 20/5, ສະພາ​ແຫ່ງ​ຊາດ​ຮັບ​ຟັງ​ທ່ານ​ຮອງ​ນາຍົກ​ລົດ​ຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ແນະນຳ​ບົດລາຍ​ງານ​ກ່ຽວ​ກັບ​ສະພາບທະ​ເລ​ຕາ​ເວັນ​ອອກ, ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ, ​ແຜນ​ນະ​ໂຍບາຍ ​ແລະ ມາດ​ຕະການ​ແກ້​ໄຂ​ຂອງ​ຫວຽດນາມ ​ກ່ຽວ​ກັບ​ບັນຫາ​ນີ້.

ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເນື້ອ​ໃນ​ນີ້, ທ່ານ​ຮອງ​ນາຍົກ​ລັດ​ຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ ຟ້າ​ມບິ່ງ​ມິ​ງ ​ໃຫ້​ຮູ້​ວ່າ:

ພວກ​ເຮົາ​ສືບ​ຕໍ່​ມາດ​ຕະການ​ແກ້​ໄຂ​ຜ່ານ​ການ​ຕໍ່ສູ້ທາງ​ການ​ທູດ, ​ເຊິ່ງຕົ້ນຕໍ​ແມ່ນ​ການ​ພົວພັນ​ໂດຍ​ກົງ​ກັບ​ຈີນ. ຫວຽດນາມ​ ເດັດ​ດຽວ​ຕໍ່​ສູ້, ທວງ​ໃຫ້​ຈີນ​ຕ້ອງ​ຖອນ​ຮ້ານ​ເຈາະ​ນຳ້ມັນ ​ແລະ ກຳ​ປັ່ນ​ປ້ອງ​ກັນ​ທັງ​ໝົດ​ອອກ​ຈາກ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ. ນັ້ນ​ແມ່ນ​ຫຼັກ​ໝັ້ນ​ເດັດ​ດຽວ​ຂອງ​ຫວຽດນາມ. ຫວຽດນາມ​ຈະ​ສືບ​ຕໍ​ຕໍ່ສູ້ ​ແລະ ປະຕິບັດ​ບັນດາ​ມາດ​ຕະການ​ສັນຕິພາບ, ​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ​ເພື່ອ​ປົກ​ປັກ​ຮັກສາ​ອະທິປະ​ໄຕ

​ສະມາຊິກ​ສະພາ​ແຫ່ງ​ຊາດ​ບາງ​ທ່ານ​ກໍ່​ສະ​ເໜີ​ລັດຖະບານ​ມີ​ບັນດາຮູບ​ການ​ໜູນ​ຊ່ວຍ​ທີ່​ເໝາະ​ສົມ​ເພື່ອ​ໃຫ້​ຊາວ​ປະມົງ​ຕິດ​ພັນ​ກັບ​ທະ​ເລ, ຫາ​ປາ​ຢູ່​ໃກຝັ່ງ. ທ່ານ ຫງວຽນທ໋າຍຫອກ, ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ​ຟູ່ອຽນ, ສະ​ເໜີ​ວ່າ:

ລັດຖະບານ​ຄວນ​ໜູນ​ຊ່ວຍ​ຊາວ​ປະມົງ​ກ່ຽວ​ກັບ​ກຳນົດເວລາ​ໃຫ້​ກູ້​ຢືມ​ທຶນ ຫຼື​ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ປະມົງ​ກູ້​ຢືມ​ທຶນ​ດ້ວຍ​ດອກ​ເບ້ຍ 0% ​ເພື່ອ​ໃຫ້​ເຂົາ​ເຈົ້າ​ຕໍ່​ກຳ່​ປັ່ນ​ຢ່າງ​​ໜັກແໜ້ນ ຫຼື​ໜູນ​ຊ່ວຍ​ພາຫະນະ​ອຸປະກອນ​ຫາ​ປາ​ທີ່​ທັນ​ສະ​ໄໝ​ເພື່ອໃຫ້​ເຂົາ​ເຈົ້າຫາ​ປາ​ຢູ່​​ໃກຝັ່ງ.​ ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ກວດກາ​ການ​ປະມົງ​ກໍ່​ຕ້ອງ​ມີ​ມາດ​ຕະການ​ໜູນ​ຊ່ວຍ​ຊາວ​ປະມົງ​ຢ່າງ​ທັນ​ການ​ໃນ​ເງື່ອນ​ໄຂ​ຫາ​ປາ​ຢູ່​​ໃກຝັ່ງ ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອູ່​ນອ່ຽນ​ໃຈ”.

ຂ່າວ/ບົດ​ອື່ນ