ແກ້ໄຂສະພາບສວຍໃຊ້ ເອກະສານສຳເນົາມີ ການຢັ້ງຢືນດ້ວຍກາປະທັບ
(ພາບ : moj.gov.vn)
(vovworld)- ຕ້ອງແກ້ໄຂສະພາບສວຍໃຊ້ອາກະສານສຳເນົາມີການຢັ້ງຢືນດ້ວຍກາປະທັບ. ນັ້ນແມ່ນຄຳເຫັນຂອງທ່ານຮ່າຮຸ່ງເກື່ອງ, ລັດຖະມົນຕີວ່າການກະຊວງຍຸດຕິທຳຫວຽດນາມ ທີ່ລາຍການທາງໂທລະພາບ “ປະຊາຊົນຖາມ, ລັດຖະມົນຕີຕອບ“ ເມື່ອວັນທີ 13/7. ທ່ານລັດຖະມົນຕີຮ່າຮຸ່ງເກື່ອງ ເນັ້ນໜັກວ່າ, ການສວຍໃຊ້ ອາກະສານສຳເນົາມີການຢັ້ງຢືນດ້ວຍກາປະທັບ ໃນການປະຕິບັດລະບຽບການບໍລິຫານພວມແມ່ນບັນຫາກໍ່ຄວາມຮ້ອນເຮັງສຳລັບປະຊາຊົນ, ເຮັດໃຫ້ປະຊາຊົນຕ້ອງເສຍເງິນຫຼາຍ, ກໍ່ຄວາມຟູມເຟືອຍໃຫ້ແກ່ສັງຄົມ. ແຕ່ລະປີ, ມີເອກະສານສຳເນົາປະມານ 100 ລ້ານສະບັບຄືແນວນັ້ນໄດ້ຮັບການຢັ້ງຢືນໃນທົ່ວປະເທດ ແລະ ປະຊາຊົນຕ້ອງເສຍເງິນຫຼາຍທີ່ສຸດ. ມີຫຼາຍກໍລະນີໄດ້ມີເອກະສານສຳເນົາຢັງຢືນດ້ວຍກາປະທັບໃນຊຸດເອກະສານມີ່ມອບໃຫ້ອົງການທີ່ກ່ຽວຂ້ອງແລ້ວ ແຕ່ຍັງຄົງສະເໜີໃຫ້ນຳໜັງສືຕົ້ນສະບັບມາເພື່ອສົມທຽບ. ທ່ານລັດຖະມົນຕີຮ່າຮຸ່ງເກື່ອງ ຢືນຢັນວ່າ, ກໍລະນີນີ້ແມ່ນບໍ່ຖືກຕ້ອງຕາມຂໍ້ກຳນົດຂອງລັດຖະບານ. ເອກະສານສຳເນົາມີການຢັງຢືນດ້ວຍກາປະທັບແລ້ວ, ຕາມຂໍ້ກຳນົດຂອງລັດຖະບານແມ່ນໄດ້ຮັບຖືວ່າປ່ຽບເໝືອນເອກະສານຕົ້ນສະບັບ, ມີຄຸນຄ່ານຳໃຊ້ຄືເອກະສານຕົ້ນສະບັບ./.