ແຂກຕ່າງປະເທດເດີນທາງມາທ່ອງທ່ຽວ ຫວຽດນາມ ບັນລຸກວ່າ 1 ລ້ານເທື່ອຄົນ ໃນເດືອນ ກໍລະກົດ 2017

(VOVWORLD) -ໃນເດືອນ ກໍລະກົດ 2017, ແຂກຕ່າງປະເທດເດີນທາງມາທ່ອງທ່ຽວ ຫວຽດນາມ ບັນລຸປະມານ 1.036.880 ເທື່ອຄົນ, ເພີ່ມຂຶ້ນ 21% ທຽບກັບເດືອນ ກໍລະກົດ 2016.
ແຂກຕ່າງປະເທດເດີນທາງມາທ່ອງທ່ຽວ ຫວຽດນາມ ບັນລຸກວ່າ 1 ລ້ານເທື່ອຄົນ ໃນເດືອນ ກໍລະກົດ 2017 - ảnh 1 (ພາບປະກອບອີນເຕີແນັດ)

ນີ້ແມ່ນເດື່ອນທີ 5 ໃນປີນີ້, ທີ່ຈຳນວນແຂກຕ່າງປະເທດເດີນທາງມາ ຫວຽດນາມ ບັນລຸກວ່າ 1 ລ້ານເທື່ອຄົນ ໃນໜຶ່ງເດືອນ. ທ່ານ ຫງວຽນວັນຕວັນ, ຫົວໜ້າກົມໃຫຍ່ທ່ອງທ່ຽວ ໃຫ້ຮູ້ວ່າ:

        “ນີ້ແມ່ນໝາກຜົນຂອງການຫັນປ່ຽນກ່ຽວກັບຄວາມຮັບຮູ້ທົ່ວສັງຄົມ ແລະ ການເອົາໃຈໃສ່ຊີ້ນຳຂອງພັກ, ລັດ ແລະ ບັນດານະໂຍບາຍເຊິ່ງລັດຖະບານ, ນາຍົກລັດຖະມົນຕີ ຊີ້ນຳ ແລະ ປະກາດໃຊ້ໃນໄລຍະຜ່ານມາ ໄດ້ນຳເຂົ້າການດຳລົງຊີວິດຢ່າງແທ້ຈິງ. ຄວາມມີສະຖຽນລະພາບດ້ານການເມືອງຢູ່ສະຖານທີ່ທ່ອງທ່ຽວຕ່າງໆຂອງ ຫວຽດນາມ ໃນສະພາບການທີ່ບັນດາປະເທດໃນພາກພື້ນ ແລະ ສາກົນ ພວມຂາດສະຖຽນລະພາບດ້ວຍການກໍ່ການຮ້າຍ, ການໃຊ້ຄວາມຮຸນແຮງ. ບັນດາສະຖານທີ່ທ່ອງທ່ຽວຢູ່ ຫວຽດນາມ ມີຄວາມປອດໄພທີ່ສຸດ ແລະ ມີສະຖຽນລະພາບທີ່ສຸດ.

        ຈຳນວນນັກທ່ອງທ່ຽວພາຍໃນປະເທດໃນ 7 ເດືອນ ຜ່ານຄາດວ່າບັນລຸກວ່າ 46 ລ້ານເທື່ອຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ