ພາບປະກອບ
(vovworld) – ກົມໃຫຍ່ທ່ອງທ່ຽວ (ຂຶ້ນກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃຫ້ຮູ້ວ່າ: ໃນ 6 ເດືອນຕົ້ນປີ 2016, ແຂກທ່ອງທ່ຽວສາກົນມາ ຫວຽດນາມ ຄາດວ່າບັນລຸຸລະດັບ 4,7 ລ້ານເທື່ອຄົນ, ເພີ່ມຂຶ້ນ 21,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2015. ນີ້ແມ່ນໝາກຜົນເປັນໜ້າຊື່ນຊົມ, ສ້າງທ່າສະດວກໃຫ້ແກ່ຂະແໜງທ່ອງທ່ຽວ ຫວຽດນາມ ປະຕິບັດສຳເລັດຈຸດໝາຍຕ້ອນຮັບແຂກສາກົນ 8,5 ລ້ານເທື່ອຄົນ, ຮັບໃຊ້ແຂກທ່ອງທ່ຽວພາຍໃນປະເທດ 60 ລ້ານເທື່ອຄົນ, ຍອດລາຍຮັບຈາກແຂກທ່ອງທ່ຽວບັນລຸ 370.000 ຕື້ດົ່ງໃນປີ 2016.
ໄລຍະຜ່ານມາ, ກົມໃຫຍ່ທ່ອງທ່ຽວໄດ້ຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອໂຄສະນາ, ແນະນຳຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຢູ່ ຫວຽດນາມ ເຖິງເພື່ອນມິດສາກົນ. ໃນນັ້ນມີຟິມຮູບເງົາກ່ຽວກັບການທ່ອງທ່ຽວ ຫວຽດນາມ ດ້ວຍຫົວຂໍ້ວ່າ “ບັນດາຮອຍຍິ້ມ ຫວຽດນາມ” ໄດ້ແຜ່ພາບໃນຊ່ອງໂທລະພາບຂອງ ຝຣັ່ງ ໃນ ວັນທີ 18/6. ອີກເຫດການໜຶ່ງທີ່ເປັນໜ້າສົນໃຈຂອງຂະແໜງການທ່ອງທ່ຽວ ຫວຽດນາມ ແມ່ນງານຕະຫຼາດນັດການທ່ອງທ່ຽວສາກົນ ດ່ານັ້ງ ປີ 2016 ຊຶ່ງໄດ້ຈັດຕັ້ງໃນລະຫວ່າງວັນທີ 24 – 26/6.