ພາບປະກອບ
|
(vovworld) – ໃນຊຸມວັນທຳອິດຂອງປີ 2015, ຢູ່ສະຖານທີ່ກໍ່ສ້າງຫຼາຍແຫ່ງ, ໂຮງຈັກ, ໂຮງງານ, ອົງການ, ຫົວໜ່ວຍ, ບັນຍາກາດເຮັດວຽກພວມດຳເນີນໄປຢ່າງຟົດຟື້ນ, ຮີບດ່ວນ. ຢູ່ສະຖານທີ່ກໍ່ສ້າງຂົວທາງ ຢາເລີມ, ຂຶ້ນກັບໂຄງການກໍ່ສ້າງທາງຄວາມໄວສູງ ຮ່າໂນ້ຍ - ຫາຍຟ່ອງ, ກຳມະກອນພວມເຮັດວຽກດ້ວຍຄວາມເມົາມົວ, ເພື່ອຮັບປະກັນຄວາມຄືບໜ້າໃນທ້າຍປີນີ້. ໃນຂະນະນັ້ນ, ບັນດາພະນັກງານ ແລະ ກຳມະກອນຢູ່ເຂື່ອນໄຟຟ້ານ້ຳຕົກ ຮ່ວາບີ່ງ ໄດ້ເຮັດວຽກ 24/24 ຊົ່ວໂມງ ເພື່ອຮັບປະກັນໃຫ້ເຄື່ອນໄຫວຢ່າງປອດໄພ, ລຽນຕິດ ແລະ ສະໜອງໄຟຟ້າຢ່າງເປັນປົກກະຕິໃຫ້ຕາໜ່າງໄຟຟ້າແຫ່ງຊາດ. ຢູ່ບັນດາທ່າກຳປັ່ນ, ດ່ານຊາຍແດນ, ການເຮັດລະບຽບພາສີນຳເຂົ້າ - ສົ່ງອອກສິນຄ້າຍັງດຳເນີນໄປເປັນປົກກະຕິ. ຢູ່ດ່ານຊາຍແດນສາກົນ ລ້າງເຊີນ, ແຕ່ລະມື້ມີປະມານ 1000 ເທື່ອຄົນໄປ - ມາຜ່ານດ່ານ, ທ່ານ ຮ່ວາງແຄ໋ງຮ່ວາ, ຫົວໜ້າກົມພາສີ ລ້ານເຊີນ, ໃຫ້ຮູ້ວ່າ:
“ໃນຊຸມວັນນີ້, ຢູ່ປະເທດຈີນ ກໍ່ໄດ້ພັກການດັ່ງນັ້ນປະລິມານສິນຄ້າຕ້ອງເຮັດລະບຽບພາສີກໍ່ຫລຸດລົງ ແຕ່ຈຳນວນແຂກທ່ອງທ່ຽວເຂົ້າ - ອອກເມືອງພັດເພີ່ມຂຶ້ນສູງ. ບັນດາຜູ້ຮັບຜິດຊອບເຮັດລະບຽບພາສີໃຫ້ສິນຄ້າຜ່ານແດນເຮັດວຽກ 24/24 ຊົ່ວໂມງ, ດ້ວຍຄວາມຮັບຜິດຊອບ, ເພື່ອໃຫ້ສິນຄ້າ ກໍ່ຄືແຂກທ່ອງທ່ຽວໄປມາໄດ້ຜ່ານແດນຢ່າງສະດວກ.”