ແຂວງທ້າຍງວຽນຈັດງານຕະຫຼາດນັດ “ ແຕ່ລະຕາແສງມີຜະລິດຕະພັນໜຶ່ງ ”
(ພາບ: ຊວນຮູຍ)
(vovworld)- ຕອນຄ່ຳວັນທີ 5/11, ຢູ່ແຂວງທ້າຍງວຽນ, ພະແນກອຸດສາຫະກຳ, ການຄ້າ ແລະ ຫ້ອງການປະສານງານກໍ່ສ້າງຊົນນະບົດໃໝ່ ແຂວງທ້າຍງວຽນໄດ້ສົມທົບກັນໄຂງານຕະຫຼາດນັດ “ ແຕ່ລະຕາແສງມີຜະລິດຕະພັນໜຶ່ງ ” ປີ 2016 ດ້ວຍຫົວຂໍ້ “ ຮ່ວມສຳພັນ-ເຊື່ອມໂຍງ ແລະ ພັດທະນາ ”. ເຂົ້າຮ່ວມງານຕະຫຼາດນັດ ມີ 250 ຮ້ານວາງສະແດງທີ່ຂຶ້ນກັບ 9 ເມືອງ, ນະຄອນ, ເທດສະບານໃນແຂວງ ພ້ອມກັບ 150 ວິສາຫະກິດຂອງ 20 ແຂວງ, ນະຄອນໃນທົ່ວປະເທດ. ນີ້ເປັນຄັ້ງທຳອິດທີ່ແຂວງທ້າຍງວຽນຈັດງານຕະຫຼາດນັດນີ້ດ້ວຍຈຸດໝາຍຊຸກຍູ້ການຮ່ວມມື, ພັດທະນາການຜະລິດ, ໂຄສະນາຜະລິດຕະພັນ, ຊອກຫາຕະຫຼາດ…ງານຕະຫຼາດນັດຍັງປະກອບສ່ວນເຊິດຊູບັນດາຜະລິດຕະພັນທີ່ດີເດັ່ນຂອງທ້ອງຖິ່ນ ແລະ ພັດທະນາຕະຫຼາດຢູ່ພາຍໃນປະເທດ, ຍູ້ແຮງບັ້ນຂົນຂວາຍ “ຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ ”.