ແຂວງ​ບິ່ງ​ດິ້ງ ມອບສົ່ງ​​ຊາວ​ປະມົງ​ທີ່​ຖືກອຸບັດຕິ​ເຫດ​ຢູ່​ທະ​ເລ ​ໃຫ້​ແກ່​ສະຖານທູດ ຟີ​ລິບ​ປິນ

(VOVWORLD) -  ວັນທີ 11 ພຶດສະພາ, ຢູ່ກຸຍເຍິນ, ແຂວງບິ່ງດິ້ງ, ພະແນກການຕ່າງປະເທດແຂວງບິ່ງດິ້ງ ແລະ ບັນດາຫົວໜ່ວຍກ່ຽວຂ້ອງ ໄດ້ມອບສົ່ງຊາວປະມົງ ຟີລິບປິນ Anding Nadie Repil ອາຍຸ 52 ປີ - ທີ່ຖືກອຸບັດຕິເຫດຢູ່ທະເລ ໃຫ້ແກ່ສະຖານທູດ ຟີລິບປິນ ປະຈໍາ ຮ່າໂນ້ຍ.
ແຂວງ​ບິ່ງ​ດິ້ງ ມອບສົ່ງ​​ຊາວ​ປະມົງ​ທີ່​ຖືກອຸບັດຕິ​ເຫດ​ຢູ່​ທະ​ເລ ​ໃຫ້​ແກ່​ສະຖານທູດ ຟີ​ລິບ​ປິນ - ảnh 1 ແຂວງບິ່ງດິ້ງ ມອບສົ່ງຊາວປະມົງທີ່ຖືກອຸບັດຕິເຫດຢູ່ທະເລ (ຜູ້ທີສອງຢູ່ທາງເບື້ອງຂວາ) ໃຫ້ແກ່ສະຖານທູດ ຟີລິບປິນ ປະຈໍາ ຮ່າໂນ້ຍ (ພາບ: VOV)

       ໃນວັນທີ 17 ເມສາ, ເວລາພວມຫາປາຢູ່ເຂດທະເລຫ່າງຈາກນະຄອນກຸຍເຍິນ, ແຂວງບິ່ງດ້ິງໄປທາງທິດຕາເວັນອອກ ປະມານ 180 ໄມ, ທ່ານຟານຄາ, ເຈົ້າຂອງກໍ່າປັ່ນຫາປາ ໝາຍເລກທະບຽນ BĐ 98435 ໄດ້ພົບເຫັນຜູ້ກ່ຽວຖືກພັດລອຍຢູ່ທະເລ ແລ້ວໄດ້ນໍາຜູ້ກ່ຽວຂ້ຶນກໍ່າປັ່ນເພື່ອໃຫ້ການຊ່ວຍເຫຼືອເບິ່ງແຍງດູແລ. ທ່ານ ຟານຄາ ແບ່ງປັນວ່າ:

        “ສໍາລັບຂ້າພະເຈົ້າແລ້ວ, ບໍ່ວ່າຈະແມ່ນໃຜ, ຢູ່ໃສ, ຢູ່ປະເທດໃດກໍຕາມ, ເຮົາເຫັນເຂົາເຈົ້າຖືກອຸບັດຕິເຫດ, ເຮົາກໍຈະຊ່ວຍ ແລະ ເບິ່ງແຍງດູແລເຂົາ. ໃຜກໍຄືກັນໝົດ, ຊ່ວຍເຫຼືອຄົນແມ່ນສິ່ງທີ່ດີ. ເຮັດວຽກຢູ່ທະເລ ແມ່ນອັນຕະລາຍຫຼາຍ, ສະນັ້ນ ເວລາທີ່ເຫັນເຂົາເຈົ້າຖືກອຸບັດຕິເຫດ ເຮົາກໍຕ້ອງຊ່ວຍເຫຼືອເຂົາ”.


ຕອບກັບ

ຂ່າວ/ບົດ​ອື່ນ