ແຂວງລອງອານຕ້ອງການຂຸດຄົ້ນຄວາມສາມາດບົ່ມຊ້ອນ,ທ່າແຮງເພື່ອພັດທະນາ
(ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ເຮັດວຽກກັບການນຳແຂວງ ລອງອານ)
(vovworld) – ຕອນບ່າຍວັນທີ 24/3, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ໄດ້ເຮັດວຽກກັບການນຳແຂວງ ລອງອານ ກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງທ້ອງຖິ່ນ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ປາດຖະໜາຢາກໃຫ້ແຂວງ ລອງອານ ຂຸດຄົ້ນຄວາມສາມາດບົ່ມຊ້ອນສູງສຸດ, ທ່າແຮງຢ່າງສູງສຸດເພື່ອສືບຕໍ່ບືນຕົວຂຶ້ນໃນພາລະກິດສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ກ່ອນອື່ນໝົດແມ່ນຕ້ອງມານະພະຍາຍາມປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກໃນປີ 2015 ແລະ ແຜນການ 5 ປີ (2011-2015) ໃຫ້ບັນລຸໄດ້ໝາກຜົນສູງສຸດ. ພ້ອມກັນນັ້ນ, ຕ້ອງກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງພັກທຸກຂັ້ນຢ່າງລອບຄອບຖີ່ຖ້ວນຕິດພັນກັບແຜນການລະອຽດ; ທິດທາງ, ໜ້າທີ່, ມາດຕະການລະອຽດໃຫ້ແກ່ໄລຍະ 5 ປີຈະມາເຖິງ (2016-2020) ໃນບັນດາຂົງເຂດເສດຖະກິດ-ສັງຄົມບັນລຸຜົນສຳເລັດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ແຂວງ ລອງອານ ສືບຕໍ່ເອົາໃຈໃສ່ເຖິງວຽກການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ຍູ້ແຮງການຫັນປ່ຽນໂຄງປະກອບແຮງງານ, ຍົກສູງສະມັດຕະພາບການອອກແຮງງານຜ່ານການຫັນປ່ຽນໂຄງປະກອບເສດຖະກິດຕາມທິດ ຫັນປ່ຽນແຮງງານຈາກການຜະລິດກະສິກຳ ມາສູ່ຂົງເຂດອຸດສະຫະກຳ, ການບໍລິການຢ່າງແຮງ.
ທ່ານນາຍົກລັດຖະມົນຕີ ຫງວຽນເຕິນຢຸງ ກໍ່ຕັກເຕືອນແຂວງ ລອງອານ ສືບຕໍ່ສຸມໃສ່ລົງທຶນໃຫ້ໂຄງປະກອບໂຄງລ່າງ, ພິເສດແມ່ນດ້ານຄົມມະນາຄົມຂົນສົ່ງ; ຜັນຂະຫຍາຍບັນດາວິທີແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດຢ່າງມີປະສິດທິຜົນກ່ວາອີກ. ພ້ອມທັງ, ຍູ້ແຮງບັນດາການເຄື່ອນໄຫວສົ່ງເສີມການຄ້າ; ສ້າງກົນໄກ, ນະໂຍບາຍອຳນວຍຄວາມສະດວກ, ສ້າງສະພາບແວດລ້ອມທີ່ສະດວກໃນການດຶງດູດການລົງທຶນ; ປະຕິບັດຢ່າງເດັດດ່ຽວໃນວຽກງານປະຕິຮູບການບໍລິຫານ, ຍົກສູງກຳລັງແກ່ງແຍ້ງຂອງທ້ອງຖິ່ນ; ເອົາໃຈໃສ່ເຖິງວຽກງານຮັກສາສະພາບແວດລ້ອມຊີວະພາບ.