(vovworld) - ວັນທີ 06/07, ຄະນະກຳມະການປະຊາຊົນແຂວງວິ້ງຟຸກ ໄດ້ສົມທົບກັບຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ (VCCI), ສະຖານທູດຍີ່ປຸ່ນ ປະຈຳຫວຽດນາມ ຈັດກອງປະຊຸມໂອ້ລົມສົນທະນາ “ລົງທຶນດຳເນີນທຸລະກິດຂອງວິສາຫະກິດຍີ່ປຸ່ນ ຢູ່ ວິ້ງຟຸກ”. ຢູ່ທີ່ນີ້, ທ່ານປະທານຄະນະກຳມະການປະຊາຊົນແຂວງ ວິ້ງຟຸກ ຫງວຽນວັນຈີ່ ຢືນຢັນວ່າ ຈະສະໜັບສະໜູນວິສາຫະກິດຍີ່ປຸ່ນ ຈົນສຸດຄວາມສາມາດຂອງຕົນ ແລະ ມານະພະຍາຍາມເພື່ອປັບປຸງສະພາບແວດລ້ອມແຫ່ງການລົງທຶນຂອງແຂວງຢ່າງບໍ່ຢຸດຢັ້ງ; ສຸມໃສ່ດຶງດູດບັນດາແຫຼ່ງກຳລັງໃຫ້ການລົງທຶນພັດທະນາ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງທີ່ຈຳເປັນ, ແກ້ໄຂຂໍ້ສະເໜີ ແລະ ລະບຽບການບໍລິຫານໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນຍີ່ປຸ່ນ ໃຫ້ທັນການ. ການນຳແຂວງ ວິ້ງຟຸກ ໃຫ້ຮູ້ວ່າ, ໃນຊຸມປີຜ່ານມາ ບັນດາໂຄງການທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ ແລະ ບັນດາໂຄງການໜູນຊ່ວຍການພັດທະນາຢ່າງເປັນທາງການຂອງຍີ່ປຸນ ຢູ່ ວິ້ງຟຸກ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ, ສັງຄົມຂອງແຂວງ ແລະ ກໍແມ່ນພື້ນຖານເພື່ອສ້າງການພົວພັນອັນສະໜິດແໜ້ນລະຫວ່າງແຂວງວິ້ງຟຸກ ແລະ ຍີ່ປຸ່ນ. ປະຈຸບັນ, ວິ້ງຟຸກ ພວມຮຽກຮ້ອງບັນດາໂຄງການລົງທຶນທີ່ມີວິທະຍາສາດເຕັກໂນໂລຊີໃນບັນດາຂົງເຂດຄື: ອຸດສາຫະກຳກົນຈັກ, ອຸດສາຫະກຳເອເລັກໂຕນິກ, ໂທລະຄົມມະນາຄົມ…