ແຂວງ ກວາງນິນ ໄຂງານບຸນ ອຽນຕື໋

ແຂວງ ກວາງນິນ ໄຂງານບຸນ ອຽນຕື໋ - ảnh 1
ຈອມພູສັກສິດ ອຽນຕື໋
(ພາບປະກອບ)

(vovworld) - ຕອນ​ຄຳ່​ວັນ​ທີ 18/2 (ກົງ​ກັບ​ວັນ​ທີ 9 ​ເດືອນ​ຈຽງ 2013), ພິທີ​ໄຂງານ​ບຸນ​ລະດູບານ​ໃໝ່ ອຽນ​ຕື໋ 2013 ( ​ອວງບີ໋, ​ແຂວງ​ກວາງ​ນີນ) ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່​ຢູ່​ເດີ່ນ​ວັດ ຈີນ (Trinh). ປີ​ນີ້, ງານ​ບຸນ ອຽນ​ຕື໋ ​ໄດ້​ໄຂ​ຂຶ້ນ​ກ່ອນທຸກປີ 1 ວັນ​​. ງານ​ບຸນ​ປີ​ນີ້​ມີການ​ປະກາດ ຂໍ້​ຕົກລົງ​ຂ​ອງນາຍົກລັດຖະມົນຕີ ກ່ຽວ​ກັບ​ອັນ​ດັບ​ປູຊະນີຍະສະຖານ​ແຫ່ງ​ຊາດ​ພິ​ເສດ ​ແລະ ມອບ​ໃບ​ຢັ້ງຢືນ​ປູ​ຊະນີ​ຍະສະ​ຖານ​ແຫ່ງ​ຊາດ​ພິ​ເສດ​​ໃຫ້​ແກ່​ເຂດ​ປູຊະນີຍະສະຖານ​ເຂດ​ທ່ອງ​ທ່ຽວ ອຽນ​ຕື໋. ທ່ານ​ນາງ ຮ່ວາງ​ທິຮ່າ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ ອວງບີ໋ ​ໃຫ້​ຮູ້​ວ່າ​:

“ປີ​ 2013 ນີ້, ຄາດ​ວ່າ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ຈະ​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ປີ​ກ່ອນ. ພວກ​ຂ້າພະ​ເຈົ້າ​ຄາດ​ວ່າ​ຈຳນວນ​ແຂກ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ​ແຕ່ 2,5 ລ້ານ ຮອດ 2,7 ລ້ານ​ເທື່ອ​ຄົນ. ​ແຕ່ລະ​ປີ, ອຽວຕື໋ ​ໄດ້​ລົງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ໃຫ້​ແຂກ​ທ່ອງ​ທ່ຽວ​ກ່ວາ​ອີກ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ອຽນ​ຕື໋ ຈະ​ກາຍ​ເປັນ​ສະຖານ​ທີ່​ເຊິ່ງ​ແຂກ​ທ່ອງ​ທ່ຽວ, ພຸດ​ທະ​ສາສະ​ນິກກະ​ຊົນ ກັບ​ຄືນ​ມາ​ທ່ຽວ​ຊົມ​ອີກ​ຫຼາຍ​ຄັ້ງ”

        ​ໃນ​ຊຸມ​ມື້ຕົ້ນ​ປີ​ໃໝ່ ປີ​ມະ​ເສ​ງ 2013 ນີ້, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ອຽນ​ຕື໋ ​ເພີ່ມ​ຂຶ້ນ​ຫຼາຍ​ເມື່ອ​ທຽບ​ໃສ່​ທຸກ​ປີ. ສະ​ເພາະ​ໃນ 5 ວັນ​ຕົ້ນ​ປີ, ຈຳນວນ​ແຂກ​ທ່ອງ​ທ່ຽວ​ມາ​ ອຽນ​ຕື໋ ​ແມ່ນປະມານ 30.000 ​ເທື່ອ​ຄົນ.

ຂ່າວ/ບົດ​ອື່ນ