ແຂວງ ດັກລັກ ແລະ ສາລະວັນ ເພີ່ມທະວີການພົວພັນມິດຕະພາບ ການຮ່ວມມື

ແຂວງ ດັກລັກ ແລະ ສາລະວັນ ເພີ່ມທະວີການພົວພັນມິດຕະພາບ ການຮ່ວມມື - ảnh 1
ວິສາຫະກິດ ຫວຽດນາມ ລົງທຶນປູກຢາງພາລາ ຢູ່ ລາວ
ພາບປະກອບ:internet


(vovworld) - ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະ​ຫລອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ລາວ ​ແລະ ຫວຽດນາມ, 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດ​ຕະພາບ ​ແລະ ການ​ຮ່ວມ​ມື ລາວ - ຫວຽດນາມ, ຕອນ​ເຊົ້າ​ວັນ​ທີ 26/7, ຄະນະ​ພະນັກງານ​ແຂວງ ສາລະ​ວັນ ​ໂດຍ​ທ່ານ ບົວທອງຄຸນ ຍອດ​ພັນ​ຍາ, ຫົວຫນ້າ​ຄະນະ​ຈັດ​ຕັ້ງ ທັງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ ລາວ - ຫວຽດນາມ ​ແຂວງ​ສາລະ​ວັນ ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ດັກ​ລັກ. ທີ່​ການ​ເຮັດ​ວຽກ​, ທ່ານ ບົວທອງຄຸນ ຍອດ​ພັນ​ຍາ ປາດ​ຖ​ະຫນາ​ວ່າ ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ແຂວງ ດັກ​ລັກ ​ແລະ ​ແຂວງ​ສາລະ​ວັນ​ກໍ​ຄື​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ລົງທຶນ​ຂອງບັນດາ​ວິ​ສາ​ຫະກິດ​​ໃນ​ແຂວງ ດັກ​ລັກ ຢູ່​ສາລະ​ວັນ​ໃຫ້​ນັບ​ມື້​ນັບ​ພັດທະນາ, ປັບປຸງ​ຄວາມ​ສາມັກຄີ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ​ສອງ​ແຂວງ​ດັ່ງກ່າວ​ເວົ້າ​ສ​ະ​ເພາະ ​ແລະ ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ ​ເວົ້າ​ລວມ. ທ່ານ ບົວທອງ​ຄຸນ ຍອດ​ພັນ​ຍາ​ໃຫ້​ຮູ້​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ແຂວງ​ສາລະ​ວັນ ​ແລະ ​ແຂວງ​ດັກ​ລັກ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາຍ​ພົວພັນ​ອັນ​ດີງາມ ຊຶ່ງ​ປະທານ​ໂຮ່ຈິ​ມີນ ​ແລະ ປະທານ​ໄກສອນ​ ພົມວິຫານ​ກໍ່​ຕັ້ງ. ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ ສອງ​ແຂວງ​ຈະ​​ເອົາ​ໃຈ​ໃສ່ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ລະ​ຫວ່າງ​ສອງ​​ແຂວງ, ສອງ​ປະ​ເທດພວກ​ເຮົາ​ນັບ​ມື້​ນັບ​ດີງາມ​ກວ່າ.”

        ​ເມື່ອ​ໃຫ​້ການ​ຕ້ອນຮັບ​ທ່ານບົວທອງ​ຄຸນ ຍອດ​ພັນ​ຍາ​, ທ່ານ​ Dinh Van Khiet ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ດັກ​ລັກ ຢືນຢັນ​ວ່າ: ​​ໃນ​ໄລຍະ​ຈະ​ມາ​ເຖິງແຂວງ ດັກ​ລັກ ຈະ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ລົງທຶນ​ໄປ​ຍັງ​ແຂວງ ສາລະ​ວັນ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ແຂວງ​ພາກ​​ໃຕ້​ຂອງ​ລາວ​ເວົ້າ​ລວມ.

 

ຂ່າວ/ບົດ​ອື່ນ